ນາຍົກລັດຖະມົນຕີຣູມານີຢ້ຽມຢາມແຂວງກວ່າງນິງ

ນາຍົກລັດຖະມົນຕີຣູມານີຢ້ຽມຢາມແຂວງກວ່າງນິງ - ảnh 1
ນາຍົກລັດຖະມົນຕີຣູມານີຢ້ຽມຢາມແຂວງ ກວ່າງນິງ
(ພາບສຳນັກຂ່າວສານ)

(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ວັນ​ທີ 13/7, ທ່ານ Dacian Ciolos ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣູມາ​ນີ  ໄດ້​ມີ​ການ​ຢ້ຽມ​ຢາມ​ແຂວງກວ່າງ​ນິງ. ທີ່​ການ​ຕ້ອນ​ຮັບ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ Dacian Ciolos ​, ທ່ານ ຫງວຽນ​ດຶກ​ລອງ ປະ​ທານ​​ຄະ​ນະກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກວ່າງ​ນິງ ສະ​ເໜີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣູ​ມາ​ນີ ​ຈົ່ງແນະ​ນຳ​ທ້ອງ​ຖິ່ນ​ໜຶ່ງ​ຂອງ​ຣູ​ມາ​ນີ ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າແຮງທຽບ​ເທົ່າ​ກັນ ເພື່ອ​ໃຫ້​ສອງ​ທ້ອງ​ຖິ່ນ​ມີ​ໂອ​ກາດ​ໄດ້​ຮ່ວມ​ມື, ແລກ​ປ່ຽນ, ​ຖອດ​ຖອນ​ບົດ​ຮຽນ​ນຳ​ກັນ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ Dacian Ciolos ໃຫ້​ຮູ້​ວ່າ: ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ​ຫວຽດ​ນ​າມ ແມ່ນ​ເພື່ອ​ປະ​ກອບ​ສ່ວນ​ປັບ​ປຸງ ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ຣູມາ​ນີ ກັບ ຫວຽດ​ນາມ ເວົ້າ​ລວມ ແລະ ແຂວງ​ຫວ່າງ​ນິງ​ ເວົ້າ​ສະ​ເພາະ.

        ເນື່ອງໃນ​ໂອ​ກາດນີ້, ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຣູ​ມາ​ນີ ພ້ອມ​ດ້ວຍ​ຄະ​ນະ ໄດ້​ໄປ​ຢ້ຽມ​ຢາມ​ຫໍ​ພ​ິ​ພິ​ທະ​ພັນ​ກວ່າງ​ນິງ ແລະ ທ່ຽວ​ຊົມມໍ​ລະ​ດົກທຳ​ມະ​ຊາດ​ໂລກ ອ່າວ ຮ້າ​ລອງ

ຂ່າວ/ບົດ​ອື່ນ