ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງຊອກຈັງ

(VOVWORLD) -ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນຊອກຈັງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງຊອກຈັງ ປີ 2018 ແລະ ປຸກລະດົມການເລີ່ມທຸລະກິດ. ດ້ວຍຈິດໃຈຮ່ວມເດີນທາງພ້ອມກັບບັນດານັກລົງທຶນ, ການນຳແຂວງຢືນຢັນວ່າ
ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງຊອກຈັງ - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ)

ນັກລົງທຶນສາມາດພົບປະໂດຍກົງກັບການນຳແຂວງເພື່ອລາຍງານຂໍ້ຕິດຄັດ, ຄວາມຫຍຸ້ງຍາກເພື່ອໄດ້ຮັບການແກ້ໄຂຢ່າງທັນການ. ເພື່ອນຳແຂວງຊອກຈັງ ພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີໄດ້ຍົກໃຫ້ເຫັນວິໄສທັດຂອງທ່ານນາຍົກລັດຖະມົນຕີກ່ຽວກັບຊອກຈັງວ່າ “ນີ້ແມ່ນເຂດດິນລຸ່ນແມ່ນ້ຳຂອງ ແລະ ໃນທົດສະວັດຈະມາເຖິງຈະກາຍເປັນເຂດດິນມີລາຍຮັບປານກາງຄອງຊີບ, ແມ່ນກຳລັງໜູນກ່ຽວກັບເຈດຈຳນົງຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນປະຕິບັດການຫັນຄວາມໄຝ່ຝັນສ້າງຄວາມຮັ່ງມີຂອງຊາວຊອກຈັງ ໃຫ້ກະກົດຜົນເປັນຈິງ ເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າລວມ”. ຈາກບັນດາການໄຈ້ແຍກກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງທີ່ມີຢູ່ແລ້ວ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງຊອກຈັງ ໃນອະນາຄົດ ຄວນສຸມໃສ່ພັດທະນາອີ່ງໃສ່ 3 ເສົາຄ້ຳຕົ້ນຕໍ່. ທີໜຶ່ງແມ່ນສິນໃນນ້ຳເຕັກໂນໂລຊີສູງ, ທີ 2 ແມ່ນ ສິນໃນນ້ຳສະອາດ ແລະ ທີ 3 ແມ່ນການທ່ອງທ່ຽວຊີວະພາບ, ພ້ອມກັນນັ້ນແມ່ນການພັດທະນາພະລັງງານຜະລິດຄືນໃໝ່ແມ່ນທ່າແຮງປຽບທຽບ.

ຕອບກັບ

ຂ່າວ/ບົດ​ອື່ນ