ນາຍົກລັດຖະມົນຕີ: ນຳເຂດທົ່ງພຽງແມ່ນ້ຳແດງ ກາຍເປັນເຂດກຳລັງໜູນແກ່ການພັດທະນາແຖວໜ້າ

(VOVWORLD) - ກອງປະຊຸມຜັນຂະຫຍາຍໂຄງການເຄື່ອນໄຫວປະຕິບັດມະຕິເລກທີ 30 ລົງວັນທີ 23 ພະຈິກ 2022 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ...
ນາຍົກລັດຖະມົນຕີ: ນຳເຂດທົ່ງພຽງແມ່ນ້ຳແດງ ກາຍເປັນເຂດກຳລັງໜູນແກ່ການພັດທະນາແຖວໜ້າ - ảnh 1ກອງປະຊຸມຈັດຂຶ້ນຢູ່ແຂວງ ກ໋ວາງນິງ
(ພາບ:VOV)

ວັນທີ 12 ກຸມພາ, ຢູ່ນະຄອນ ຮ້າລອງ, ແຂວງ ກ໋ວາງນິງ ໄດ້ຈັດກອງປະຊຸມຜັນຂະຫຍາຍໂຄງການເຄື່ອນໄຫວປະຕິບັດມະຕິເລກທີ 30 ລົງວັນທີ 23 ພະຈິກ 2022 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງ ແລະ ສົ່ງເສີມການລົງທຶນເຂດດ້ວຍຫົວຂໍ້ “ການຮ່ວມສຳພັນພັດທະນາ - ປ່ຽນແປງໃໝ່ປະດິດຄິດສ້າງ - ສີຂຽວ ແລະ ຍືນຍົງ”.

        ກ່າວຄຳເຫັນທີ່ກອງປະຊຸມໂດຍກະຊວງແຜນການ ແລະ ການລົງທຶນຈັດຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ:

        “ສຸມໃສ່ປະຕິບັດສຳເລັດລະບອບລະບຽບການວາງແຜນຜັງ ແລະ ນະໂຍບາຍຮ່ວມສຳພັນເຂດໃນປະຈຸບັນ. ທັງເຮັດທັງຖອດຖອນບົດຮຽນ, ພິເສດແມ່ນບັນດາບົດຮຽນເຊິ່ງເຮົາພວມສະສົມມາໄດ້ໃນວິວັດການສ້າງແຜນຜັງ. ວຽກງານວາງແຜນຜັງແມ່ນສຳຄັນ ແລະ ການວາງແຜນຜັງຕ້ອງສ້າງກຳລັງໜູນໃໝ່, ສ້າງກຳລັງກະຕຸ້ນໃໝ່, ສ້າງບັນຍາກາດພັດທະນາໃໝ່, ສ້າງແຫຼ່ງບັນດາໃຈໃໝ່, ສ້າງມູນຄ່າເພີ່ມໃໝ່. ການວາງແຜນຜັງດີ ໂຄງການຈຶ່ງດີ, ມີໂຄງການດີຈຶ່ງມີນັກລົງທຶນດີ, ມີນັກລົງທຶນດີຈຶ່ງມີປະສິດທິຜົນ ແລະ ມີປະສິດທິຜົນຈຶ່ງສາມາດຍົກສູງມູນຄ່າເພີ່ມຂອງທ້ອງຖິ່ນໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ