ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Coca Cola

(VOVWORLD) - ລັດຖະບານ ຍາມໃດກໍ່ສ້າງເງື່ອນໄຂສະດວກ, ສ້າງບັນດາກົນໄກສະດວກໃຫ້ແກ່ນັກລົງທຶນ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Coca Cola - ảnh 1  ທ່ານ Calin Dragan ແລະ ທ່ານ ຫງວຽນຊວນຟຸກ

ທີ່ການຕ້ອນຮັບທ່ານ Calin Dragan, ປະທານກຸ່ມບໍລິສັດ Coca Cola ພາກພື້ນ ອາຊຽນ ແລະ ຕາເວັນອອກກາງໃນຕອນບ່າຍວັນທີ 26 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ລັດຖະບານ ຍາມໃດກໍ່ສ້າງເງື່ອນໄຂສະດວກ, ສ້າງບັນດາກົນໄກສະດວກໃຫ້ແກ່ນັກລົງທຶນ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງການເຄື່ອນໄຫວລົງທຶນດຳເນີນທຸລະກິດຂອງ Coca Cola ຢູ່ ຫວຽດນາມ. ໂດຍເປັນນັກລົງທຶນຂະໜາດໃຫຍ່, ກຸ່ມບໍລິສັດໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານນັບພັນໆຄົນ, ມີຫຼາຍຜະລິດຕະພັນຫຼາຍຮູບແບບ, ພິເສດແມ່ນການນຳໃຊ້ວັດຖຸດິບຢູ່ພາຍໃນປະເທດ. ໄປຄຽງຄູ່ກັບການປະຕິບັດຄວາມຮັບຜິດຊອບເສຍພາສີອາກອນ, ກຸ່ມບໍລິສັດຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ລັດຖະບານ ຍາມໃດກໍ່ສ້າງເງື່ອນໄຂສະດວກ, ສ້າງບັນດາກົນໄກສະດວກໃຫ້ແກ່ນັກລົງທຶນ, ໃນນັ້ນມີກຸ່ມບໍລິສັດ Coca Cola.

        ສ່ວນທ່ານ Calin Dragan ຂໍຂອບອົກຂອບໃຈລັດຖະບານ, ນາຍົກລັດຖະມົນຕີ ໄດ້ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດມີສະພາບແວດລ້ອມແຫ່ງການເຄື່ອນໄຫວທີ່ດີ. ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າຈະບໍ່ປະຕິບັດພຽງແຕ່ຄວາມຮັບຜິດຊອບໃນການເສຍພາສີເທົ່ານັ້ນ ຫາກຍັງປະຕິບັດທັງຄວາມຮັບຜິດຊອບສັງຄົມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ