ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2

(VOVWORLD) -  ຕອນຄ່ຳວັນທີ 27 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບເມືອຮອດ ຮ່າໂນ້ຍ, 

ສິ້ນສຸດການເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັັ້ງທີ 2 ຢ່າງຈົບງາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ພາບ: VGP

        ການເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມື “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປີດໜ້າປະຫວັດສາດໃໝ່ໃນການຊຸກຍູ້ການພົວພັນຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ຈີນ, ຢັ້ງຢືນເຈດຕະນາດີ ແລະ ບົດບາດຂອງ ຫວຽດນາມ ໃນການເປີດກ້ວາງການຮ່ວມມື ແລະ ເຊື່ອມຕໍ່ເສດຖະກິດເພື່ອສັນຕິພາບ, ວັດທະນາຖາວອນຢູ່ ພາກພື້ນ ແລະ ໃນໂລກ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ