ນາຍົກໆລາວ ຕ້ອນຮັບ ຄະນະ​ຜູ້​ແທນ​ກະຊວງ​ ການ​ເງິນ​ຫວຽດນາມ

ນາຍົກໆລາວ ຕ້ອນຮັບ ຄະນະ​ຜູ້​ແທນ​ກະຊວງ​ ການ​ເງິນ​ຫວຽດນາມ - ảnh 1
ທ່ານນາຍົກລັດຖະມົນຕີລາວ
ຄະນະ​ຜູ້​ແທນ​ຂັ້ນສູງ​ກະຊວງ​ການ​ເງິນ​ຫວຽດນາມ
( ພາບ:vietnamplus.vn )​

( vovworld ) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 23-26/6, ຕອນ​ເຊົ້າວັນ​ທີ 25/6, ທີ່ວຽງ​ຈັນ, ຄະນະ​ຜູ້​ແທນ​ຂັ້ນສູງ​ກະຊວງ​ການ​ເງິນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ Vuong Dinh Hue ນຳ​ໜ້າ ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ. ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ Vuong Dinh Hue ​ໄດ້​ລາຍ​ງານ​ໝາກຜົນ​ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ຄະນະ​ຜູ້​ແທນ​ກະຊວງ​ການ​ເງິນ​ຫວຽດນາມ ກັບຄະນະ​ຜູ້​ແທນ​ກະຊວງ​ການ​ເງິນລາວ, ຢັ້ງຢືນຄວາມ​ຕັດສິນ​ໃຈ​ຂອງ​ສອງ​ຝ່າຍ ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງຮອບດ້ານ, ​ໃ​ນນັ້ນ ສຸມ​ໃສ່​ການ​ສ້າງ​ກົດໝາຍ, ຍຸດ​ທະ​ສາດ​ຂອງ​ຂະ​ແໜງ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ທ່ານນາຍົກລັດຖະມົນ ຕີລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ເນື້ອ​ໃນ​ການ​ເຮັດ​ວຽກ​ຂອງ​ຄະນະ ​ໃນ​ການ​ຢ້ຽມຢາມ​ລາວ​ ແມ່ນ​ແທດ​ຈິງ​ທີ່​ສຸດ​ສຳລັບ​ພື້ນຖານ​ເສດຖະກິດ​ຂອງ​ລາວ, ​ໂດຍ​ສະ​ເພາະ​ແມ່ນ​ຍຸດ​ທະ​ສາດ​ດ້ານ​ການ​ເງິນ ​ແລະ ທ່ານ​ປາດ​ຖະໜາ​ວ່າ ສອງ​ກະຊວງ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນດ້ານ​ວິຊາ​ການ ​ແລະ ວຽກ​ງານ​ສະ​ເພາະຂອງ​ຂະ​ແໜງ.

 

 

 

 

ຂ່າວ/ບົດ​ອື່ນ