ນຳພື້ນຖານການແພດຫວຽດນາມບັນລຸລະດັບກ້າວໜ້າໃນພາກພື້ນ ແລະ ໃນໂລກ

ນຳພື້ນຖານການແພດຫວຽດນາມບັນລຸລະດັບກ້າວໜ້າໃນພາກພື້ນ ແລະ ໃນໂລກ - ảnh 1
ທ່ານປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ

(vovworld) - ຕອນ​ຄ່ຳ​ວັນ​ທີ 27/2, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 62 ປີ​ແຫ່ງວັນ​ແພດ​ໝ​ໍ ຫວຽດ​ນາມ ດ້ວຍ​ຫົວ​ຂໍ້​ວ່າ “ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ປ່ຽນ​ແປງ​ໃໝ່​ມຸ່ງ​ໄປ​ເຖິງ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ຄົນ​ເຈັບ”. ກ່​່າວ​ຄ​ຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັ​ກວ່າ: ພັກ, ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຊີ້​ນຳ, ນຳ​ພາ​ວຽກ​ງານ​ປົກ​ປ້ອງ, ສົ່ງ​ເສີມ, ຍົກ​ສູງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ຖືນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ​້າ​ທີ່​ສຳ​ຄັນ​ແຖວ​ໜ້າ, ສະ​ແດງ​​ໃຫ້​ເຫັນ​ເນື້ອ​ແທ້​ອັນດີ​ງາມ​ຂອງ​ລະ​ບອບ ຫວຽດ​ນາມ ໃນ​ພາ​ລະ​ກິດກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ການ​ແພດ ຍ​ູ້​ແຮງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ສຳ​ພັດ, ນ​ຳໃຊ້​ບັນ​ດາ​ຜົນ​ງານ​ດ້ານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລຢີທີ່​ທັນ​ສະ​ໄໝ, ພິ​ເສດ​ແມ່ນ​ເຕັກ​ໂນ​ໂລ​ຢີ​ຊີ​ວະ​ສາດ, ສູ້​ຊົນ​ນ​ຳ​ພື້ນ​ຖານ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ບັນ​ລຸ​ຄວາມ​ຄືບ​ໜ້າ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລ​ກ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ:

        “ທ່ານ​ໝໍ, ພະ​ນັກ​ງານ, ລັດ​ຖະ​ກອນ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກແຕ່​ລະ​ຄົນ​ຕ້ອງ​ປະ​ຕິ​ບັດ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ ໂຮ່​ຈີມ​ິນ ທີ່​ວ່າ “ທ່ານ​ໝໍ​ເກັ່ງ​ແຕ່ກໍ່​ຕ້ອງ​​ເປັນ​ຜູ້​ມີ​ຈັນ​ຍາ​ບັນ”, ເສີມ​ຂະ​ຫຍາຍມ​ູນ​ເຊື້ອ​​ອັນ​ສະ​ຫງ່​າ​ລາ​ສ​ີ​ຂອງ​ຂະ​ແໜງ​ການ​ແພດ, ມານ​ະ​ພະ​ຍາ​ຍາມ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ, ກຳ​ແໜ້ນ​ຄວາມ​ຮູ້ໃໝ່, ທັນ​ສະ​ໄໝ​ຂອງ​​ການ​ແພດ​ໂລກ ແລະ ສິ່ງ​ທີ່ຍອດ​ຍິ່ງຂອງ​ການ​ແພດ​ພື້ນ​ເມືອງ. ພະ​ນັກ​ງານ​ຂະ​ແໜງສາ​ທາ​ລະ​ນະ​ສຸກ ຕ້ອງ​ຍົກ​ສູງ​ລະ​ດັບ​ດ້ານ​ທິດ​ສະ​ດີ, ເຕັກ​ນິກ, ຈັນ​ຍາ​ບັນ, ຈັນ​ຍາ​ທຳ, ຄວາມ​ຮັບ​ຜິດ​ຊອບ ແລະ ​ຄ​ວາມສຸດ​ຈິດ​ສຸດ​ໃຈ​ເພື່ອ​ຄົນ​ເຈັບ, ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຜ່ານ​ຜ່າ​ພະ​ຍາດ​​ບາດ​ເຍົາ, ຮັກ​ສາ, ຍົກ​ສູງ​ສຸ​ຂະ​ພາບ​ເທົ່າ​ນັ້ນ, ຫາກຍ​ັງ​ນຳ​ມາ​ໃຫ້​ເຂົາ​ເຈົ້າ​ນ້ຳ​ໃຈ​ອົບ​ອຸ່ນ, ດີ​ງາມ​ກ່ຽ​ວ​ກັບ​ນ້ຳ​ໃຈ​ມະ​ນຸດອີກ​ດ້ວຍ.”


ຂ່າວ/ບົດ​ອື່ນ