ນຳແຂວງບິ່ງທ້ວນກາຍເປັນສູນທ່ອງທ່ຽວແຫ່ງຊາດ

ນຳແຂວງບິ່ງທ້ວນກາຍເປັນສູນທ່ອງທ່ຽວແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) –​ ຕອນ​ຄ່ຳ​ບັນ​ທີ 24/10, ​ແຂວງ ບິ່ງ​ທ້ວນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ທ່ອງ​ທ່ຽວ ບິ່ງ​ທ້ວນ (24/10/1995 – 24/10/2015). ພິທີ​ສະ​ເຫຼີ​ມສະຫຼອງ ​ເພື່ອ​ແນ​ໃສ່​ຫວນຄືນ​ບັນດາ​ໝາກຜົນ​ບັນລຸ​ໄດ້ ​ແລະ ​ເຊີດ​ຊູ​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ, ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນການ​ພັດທະນາ​ການທ່ອງ​ທ່ຽວ ຢູ່ບິ່ງ​ທ້ວນ ​ໃນ 20 ປີຜ່ານມາ. ກ່ອນນີ້ 20 ປີ, ຂະ​ແໜງ​ທ່ອງ​ທ່ຽວ ບິ່ງ​ທ້ວນ ຈັດ​ຕັ້ງ​ເຫດ​ການ​ສຸລິຍາ​ຄາດ ​ໃນ​ວັນ​ທີ 24/10/1995. ຜ່ານ 20 ປີ, ຂະ​ແໜງ​ທ່ອງ​ທ່ຽວ ບິ່ງ​ທ້ວນ ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ຊື່​ໃນ​ແຜນ​ທີ່ທ່ອງທ່ຽວ​ໂລກ. ທ່ານ ຫງວຽນ​ແທ່ງ​ເຕີມ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ທ້ວນ ​ໃຫ້​ຮູ້​ວ່າ:

        “ຜ່ານ 20 ປີ, ການທ່ອງທ່ຽວ​​ໄດ້​ມີ​ການ​ພັດທະ​ນາ​ຢ່າງ​ກ້າວກະ​ໂດດ​ຂັ້ນ. ມະຕິ​ອົງຄະ​ນະ​ພັກ​ແຂວງ​ຄັ້ງ​ທີ 13 ​ໄດ້ກຳ​ນົດຂະ​ແໜງ​ທ່ອງ​ທ່ຽວ​ ບິ່ງ​ທ້ວນ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ ​ແລະ ປະຈຸ​ບັນ​ພວມ​ສຸມ​ໃສ່​ກໍ່ສ້າງ​​ເພື່ອນຳ ບິ່ງ​ທ້ວນ ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ກິລາ​ທະ​ເລລະດັບ​ຊາດ​ໂດຍ​ໄວ”.

           

ຂ່າວ/ບົດ​ອື່ນ