ນີເຊ: ປຸກລະດົມບັ້ນຮັບຜູ້ອາສາສະໝັກເຂົ້າຮ່ວມກຳລັງຕໍ່ສູ້ຕ້ານຄືນແຜນການແຊກແຊງການທະຫານຈາກ ECOWAS
(VOVWORLD) - ຕໍ່ໜ້າການແຊກແຊງການທະຫານຈາກບັນດາປະເທດບ້ານໃກ້ເຮືອນຄຽງ ອາຟະລິກາຕາເວັນຕົກ, ບັນດານັກເຄື່ອນໄຫວຢູ່ ນີເຊ ໄດ້ປຸກລະດົມບັ້ນຮັບຜູ້ອາສາສະໝັກນັບສິດພັນຄົນໃນທົ່ວປະເທດເຂົ້າຮ່ວມກຳລັງຕໍ່ສູ້ພ້ອມກັບກຳລັງກອງທັບ.
ຊ່ອງໂທລະພາບພາສາ ອາຣັບ Al Arabiya ພ້ອມກັບບັນດາແຫຼ່ງຂ່າວອື່ນໃນພາກພື້ນໄດ້ໃຫ້ຂ່າວວ່າ, ຂໍ້ລິເລີ່ມຮັບເອົາຜູ້ອາສາສະໝັກເຂົ້າຮ່ວມກຳລັງຕໍ່ສູ້ຕ້ານຄືນການກະທຳແຊກແຊງການທະຫານຈາກພາຍນອກ ໄດ້ປະກາດ ແລະ ປຸກລະດົມຢ່າງເປັນທາງການໃນຄ່ຳຄືນວັນທີ 15 ສິງຫາ ຢູ່ນະຄອນຫຼວງ Niamey. ທ່ານ Baku Amsaro, ໜຶ່ງໃນບັນດານັກເຄື່ອນໄຫວທີ່ເຂົ້າຮ່ວມການສະເໜີຂໍ້ລິເລີມ, ໃຫ້ຮູ້ວ່າ ພົນລະເມືອງ ນີເຊ ທຸກຄົນທີ່ມີອາຍຸແຕ່ 18 ປີ ຂຶ້ນໄປ ລ້ວນແຕ່ສາມາດລົງທະບຽນເຂົ້າຮ່ວມການອາສາສະໝັກ ແລະ ບັນຊີລາຍຊື່ດັ່ງກ່າວຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດປົກປັກຮັກສາປະເທດຊາດ - ອຳນາດການປົກຄອງການທະຫານ ໂດຍຝ່າຍກໍ່ລັດຖະປະຫານສ້າງຕັ້ງ. ນັກເຄື່ອນໄຫວ Baku Amsaro ຢັ້ງຢືນວ່າ ໃນເບື້ອງຕົ້ນ, ບັ້ນເຄື່ອນໄຫວດັ່ງກ່າວໄດ້ຮັບການສະໜັບສະໜູນຢ່າງແຮງຈາກປະຊາຊົນເຂດນະຄອນຫຼວງ Niamey ດ້ວຍການລົງທະບຽນເຂົ້າຮ່ວມຂອງນັກອາສາສະໝັກນັບພັນຄົນ.
ບາທີ - ນັກຂ່າວ VOV ປະຈຳ ອີຢິບ