ບົດບາດຂອງສື່ມວນຊົນກ່ຽວກັບມາດຕະຖານວັດທະນະທຳການປະພຶດ

(VOVWORLD) -ໃນລາຍການ ງານບຸນໜັງສືພິມທົ່ວປະເທດປີ 2019, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງຖະຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ບົດບາດຂອງສື່ມວນຊົນໃນການສື່ສານກ່ຽວກັບມາດຕະຖານວັດທະນະທຳການປະພຶດ”.

ບົດບາດຂອງສື່ມວນຊົນກ່ຽວກັບມາດຕະຖານວັດທະນະທຳການປະພຶດ - ảnh 1ກອງປະຊຸມສຳມະນາ “ບົດບາດຂອງສື່ມວນຊົນໃນການສື່ສານກ່ຽວກັບມາດຕະຖານວັດທະນະທຳການປະພຶດ”

(ພາບ: Ttv24h.vn)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ສະເໜີໃຫ້ສື່ມວນຊົນ ສຸມໃສ່ໂຄສະນາ, ສະແດງທັດສະນະຢ່າງແຮງກ່ຽວກັບບັນດາການກະທຳຖືກຕ້ອງ ແລະ ບໍ່ຖືກຕ້ອງກັບວັດທະນະທຳ. ຈາກນັ້ນ, ປ່ຽນແປງຄວາມຮັບຮູ້ຂອງປະຊາຊົນ, ຄ່ອຍໆກາຍເປັນຄວາມຊິນເຄີຍທ່ີດີ.

        ສ່ວນຕາມບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ, ສື່ມວນຊົນຢາກປະກອບສ່ວນສ້າງມາດຕະຖານໄດ້ນັ້ນ, ນັກຂ່າວແຕ່ລະຄົນກໍ່ຕ້ອງມີມາດຕະຖານເສຍກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ