ບົດລາຍການຂອງ ADB: ດຶງດູດເງິນລົງທຶນ ພາກເອກະຊົນເຂົ້າ ໃນການພັດທະນາ ພື້ນຖານໂຄງລ່າງ


 ບົດລາຍການຂອງ ADB: ດຶງດູດເງິນລົງທຶນ ພາກເອກະຊົນເຂົ້າ ໃນການພັດທະນາ ພື້ນຖານໂຄງລ່າງ - ảnh 1
(
ພາບປະກອບ: http://dddn.com.vn)

 (vovworld)- ສ້າງ​ຄວາມ​ສະ​ເໝີ​ພາບ​ໃຫ້​ບັນດາ​ໂຄງ​ການ​ລົງທຶນ​ຕາມ​ຮູບ​ການ​ຄູ່​ຮ່ວມ​ມື​ລັດ-​ເອກະ​ຊົນ (PPP) ​ແມ່ນ​ປັດ​ໄຈ​ຕົ້ນຕໍ່​ພາ​ໄປ​ເຖິງ​ການ​ຍົກ​ສູງ​ລັກສະ​ນະ​ຮອບດ້ານ ​ແລະ ຄຸນ​ນະພາ​ບການ​ສະໜອງ​ການ​ບໍລິການ​ຂອງ​ລັດ. ຜູ້ອຳນວຍການ​ແຫ່ງ​ຊາດ​ທະນາຄານ​ພັດທະນາ​ອາຊີ (ADB) ​ໄດ້​ເນັ້ນໜັກ​ຄື​ດັ່ງກ່າວ​ທີ່​ພິທີ​ປະກາດ​ບົດ​ລາຍ​ງານ​ແງ່​ຫັວງ​ແຫ່ງ​ການ​ພັດທະນາ​ອາຊີ 2014 ຈັດ​ຂຶ້ນ​ໃນ​ວັນ​ທີ 1/4 ຢູ່​ຮ່າ​ໂນ້ຍ.

   ຕາມ​ບົດ​ລາຍ​ງານ, ຄາດ​ວ່າລະດັບ​ເຕີບ​ໂຕ​ຈີ​ດີ​ພີ​ຂອງ​ຫວຽດນາມ ຈະ​ເພີ່ມ​ຂຶ້ນ 5,6% ​ໃນ​ປີ 2014 ​ເມື່ອ​ທຽບ​ກັບ​ປີ 2013. ລະບົບ​ທະນາຄານ​ການ​ຄ້າ​ພາຍ​ໃນ​ປະ​ເທດ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ຈຳນວນ​ໜຶ່ງ. ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ວິທີ​ການ​ລົງທຶນ​ຮ່ວມ​ມື​ລັດ-​ເອກະ​ຊົນ, ທ່ານ Tomoyuki Kimura ຜູ້ອຳນວຍການ​ແຫ່ງ​ຊາດ ADB ປະຈຳຫວຽດນາມ ​ໃຫ້​ຮູ້​ວ່າ: ບົດ​ລາຍ​ງານ​ຂອງ ​ ADB ໄດ້ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງລັດຖະບານ​ຫວຽດນາມ ​ໃນ​ການ​ສ້າງ​ຂອບ​ເຂດ​ກົດໝາຍ​ເອກະ​ພາບ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ເຂົ້າຮ່ວມ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ກ່ວາ​ອີກ​ເພື່ອ​ໃຫ້​ບັນດາ​ການ​ພົວພັນ​ແລກປ່ຽນ PPP ດຳ​ເນີນ​ໄປ:

   “ການ​ດຶງ​ດູດ​ພາກເອກະຊົນ​ລົງທຶນ​ຜ່ານ​ວິທີ PPP ຈະປະກອບສ່ວນ​ລະດົມ​ທຶນ​ໃຫ້​ບັນດາ​ໂຄງການ, ພ້ອມ​ທັງ​ຊ່ວຍ​ຫວຽດນາມ ສຳ​ພັດ​ກັບ​ບັນດາ​ຄວາມ​ຮູ້​ດ້ານວິຊາ​ສະ​ເພາະ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ, ຍົກ​ສູງ​ປະສິດທິ​ຜົນ ​ແລະ ປັບປຸງ​ຄຸນ​ນະພາ​ບການ​ບໍລິການ​ຂອງ​ລັດ. ຂອບ​ເຂດ​ກົດໝາຍໝັ້ນຄົງ​ໃຫ້​ແກ່ PPP ອາດສາມາດຍົກ​ສູງ​ລັກສະນະ​ຮອບດ້ານ ​ແລະ ຄຸນ​ນະພາ​ບການ​ສະໜອງ​ການ​ບໍລິການ​ຂອງ​ລັດ“./.

 

ຂ່າວ/ບົດ​ອື່ນ