ບັນ​ຍາ​ກາດ​ວັນ​ບຸນ​ຄຼິດ​ສະ​ມາດ​ຢູ່​ທ້ອງ​ຖິ່ນແຫ່ງ​ຕ່າງໆ​ຂອງ ຫວຽດ​ນາມ

(VOVWORLD) -ພ້ອມກັບທົ່ວໂລກ, ຄ່ຳຄືນວັນທີ 24 ທັນວາ, ປະຊາຊົນຢູ່ຫຼາຍທ້ອງຖິ່ນຂອງ ຫວຽດນາມ ໄດ້ເຊື່ອມຕົວເຂົ້າກັບບັນຍາກາດສະເຫຼີມສະຫຼອງວັນບຸນຄຼິດສະມາດ. ຢູ່ນະຄອນໂຮ່ຈີມິນ, ມີຫຼາຍຄອບຄົວ ແລະ ເພື່ອນໜຸ່ມຫຼາຍຄົນ ໄດ້ພາກັນໄປໂບດເພື່ອຢ້ຽມຊົມ ແລະ ຖ່າຍຮູບເປັນທີ່ລະນຶກໃນຄ່ຳຄືນວັນບຸນຄຼິດສະມາດ.
ບັນ​ຍາ​ກາດ​ວັນ​ບຸນ​ຄຼິດ​ສະ​ມາດ​ຢູ່​ທ້ອງ​ຖິ່ນແຫ່ງ​ຕ່າງໆ​ຂອງ ຫວຽດ​ນາມ - ảnh 1ພາບປະກອບ

ຢູ່ນະຄອນຫ໋າຍຝ່ອງ ແລະ ແຂວງກ໋ວາງນິງ, ໂບດແຫ່ງຕ່າງໆ, ກຸ່ມບ້ານຊາວຄຼິດໄດ້ຈັດຕັ້ງຫຼາຍການເຄື່ອນໄຫວເພື່ອໃຫ້ຊາວຄຼິດໄດ້ຕ້ອນຮັບວັນບຸນຄຼິດສະມາດຢ່າງອົບອຸ່ນ, ສະຫງົບສຸກ. ທ່ານ Giuse ຫງວຽນກົງຕ໊ວານ, ເຂດຊາວຄຼິດ ຫ໋າຍຝ່ອງໃຫ້ຮູ້ວ່າ:

ສະມາຄົມ ສາສະໜາກາໂຕລິກເວົ້າລວມ ແລະ ເຂດຊາວຄຼິດຕ່າງໆ ຍາມໃດກໍ່ຈັດຕັ້ງຫຼາຍການເຄື່ອນໄຫວເພື່ອໃຫ້ພໍ່ແມ່ປະຊາຊົນຊາວຄຼິດ ມາເຂົ້າຮ່ວມງານບຸນ. ພິເສດແມ່ນ, ໂບດໃຫຍ່ ຫ໋າຍຝ່ອງ, ພໍ່ແມ່ປະຊາຊົນຊາວຄຼິດ ໄດ້ເຂົ້າຮ່ວມ ແລະ ໄປຫຼິ້ນບຸນ ຄິດສະມາດ ເປັນຈຳນວນຫຼາຍ ດັ່ງນັ້ນຈິ່ງກໍ່ໄດ້ຈັດຕັ້ງແບບແຕກຕ່າງໜ້ອຍໜຶ່ງເພື່ອໃຫ້ພໍ່ແມ່ປະຊາຊົນມາຮັບຊົມ.

ຢູ່ແຂວງກ໋ວາງນິງ, ມີຫຼາຍການເຄື່ອນໄຫວຕ້ອນຮັບວັນບຸນຄຼິດສະມາດທີ່ດູດດື່ມ ກໍ່ໄດ້ຮັບການຈັດຕັ້ງຂຶ້ນຢູ່ໃຈກາງນະຄອນຮະລອງ. ສ່ວນຢູ່ນະຄອນ ດ່ານັ້ງ ໂບດ, ເຂດຊາວຄຼິດ, ສູນການຄ້າ, ຮ້ານອາຫານ, ເຂດລະຫຼິ້ນບັນເທີງຢູ່ນະຄອນດ່ານັ້ງ ກໍ່ມີຄົນໄປທ່ຽວຫຼິ້ນຢ່າງຄັບຄາໜາແໜ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ