( vovworld ) - ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1/6, ມີບັນດາການເຄື່ອນໄຫວຢ່າງຟົດຟື້ນສະຫງວນໃຫ້ແກ່ເດັກນ້ອຍໃນທົ່ວປະເທດ. ຢູ່ສູນອຸປະກຳລະຊີວິດສັງຄົມແຂວງ ຮ່ວາບິ່ງ, ພະແນກແຮງງານທະຫານເສຍອົງຄະ ແລະ ສັງຄົມໄດ້ສົມທົບກັບຄະນະຊ່າວໜຸ່ມແຂວງ ຈັດຕັ້ງລາຍການພົບປະ “ ເຊື່ອມຕໍ່ອອ້ມແຂນແຫ່ງຄວາມຮັກແພງ ” ມີເກືອບ 100 ເປົ້າໝາຍສັງຄົມເຊິ່ງແມ່ນຜູ້ເຖົ້າຜູ້ແກ່ຢູ່ໂດດດຽວ, ຄົນພິການ, ໂລກຈິດ, ໃນນັ້ນມີເດັກກຳພ້າ 34 ຄົນທີ່ພວມໄດ້ຮັບການລ້ຽງດູຢູ່ໃນສູນ. ແຂວງ ບາກລ້ຽວ ໄດ້ຈັດເວທີປາໄສປົກປ້ອງເດັກນ້ອຍດ້ວຍຫົວຂໍ້ວ່າ “ ເພື່ອສັງຄົມບໍ່ມີການໃຊ້ຄວາມຮຸນແຮງ, ບໍ່ທາລຸນເດັກ ”. ບັນດາເດັກນ້ອຍທີ່ເຂົ້າຮ່ວມເວທີປາໄສນີ້ ຈະໄດ້ຮັບການບຳລຸງໃຫ້ກາຍເປັນບັນດານັກໂຄສະນາແກ່ນສານເພື່ອເຂົ້າຮ່ວມການເຜີຍແຜ່ບັນດາບັນຫາທີ່ກ່ຽວຂ້ອງເຖິງເດັກນ້ອຍ. ແຂວງ ອານຢາງ ໄດ້ຈັດການລົງຢ້ຽມຢາມ ແລະ ມອບຂອງຂວັນ 1000 ພູດ ໃຫ້ແກ່ນັກຮຽນ ແລະ ເຍົາວະຊົນທີ່ທຸກຍາກໃນທົ່ວບໍລິເວນແຂວງ. ເນື່ອງໃນໂອກາດນີ້, ສະຫະສະມາຄົມບັນດາອົງການມິດຕະພາບແຂວງ ກວາງນາມ ໄດ້ສົມທົບກັບບັນດາຄະນະ, ຂະແໜງການມອບນົມ 4.056 ປ່ອງ, ທີ່ມີມູນຄ່າ 1 ຕື້ດົງ, ໂດຍບໍລິສັດນ້ຳນົມ Maeil ສ.ເກົາຫຼີ ອຸປະຖຳໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.