(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ສູນກະຈາຍສຽງ - ໂທລະພາບກອງທັບສົມທົບກັບບໍລິສັດ ດົງໂດ, ຫໍພິພິດທະພັນແມ່ຍິງ ຫວຽດນາມ ປະຕິບັດບັນດາການເຄື່ອນໄຫວຕອບບຸນແທນຄຸນຢ່າງມີຄວາມໝາຍ.
ບັ້ນຂົນຂວາຍປະກອບວັດຖຸບັນແຕ່ສະໄໝສົງຄາມໄດ້ຮັບການປຸກລະດົມຢ່າງເລີກເຊິ່ງກວ້າງຂວາງໃນໝູ່ປະຊາຊົນທົ່ວປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ. ແຕ່ວັນທີ 8/4, ຫໍພິພິດທະພັນແມ່ຍິງ ຫວຽດນາມ ເລີ່ມຮັບເອົາວັດຖຸພັນ. ວັນທີ 26/4, ບັນດາວັດຖຸພັນນີ້ຈະຖືກວາງສະແດງໃນງານສະແດງ ”ອະນຸສອນ ດ້ຽນບຽນ” ຢູ່ສູນກອງປະຊຸມແຫ່ງຊາດ ໝີ້ດິ່ງ, ຮ່າໂນ້ຍ. ເຫດການທີ 2 ແມ່ນງານວາງສະແດງ ”ອະນຸສອນ ດ້ຽນບຽນ” ເຊີ່ງຈະເປີດໃນວັນທີ 6/5 ທີ່ ຫໍພິພິດທະພັນແມ່ຍິງ ຫວຽດນາມ, 36 ລີ໋ເທື່ອງກຽດ, ຮ່ວານກ໋ຽມ, ຮ່າໂນ້ຍ.
ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ບົດເພງ ດ້ຽນບຽນ ດັງກ້ອງກັງວານ” ຈະຈັດຂຶ້ນໃນເວລາ 20ໂມງ ວັນທີ 26/4 ທີ່ສູນກອງປະຊຸມແຫ່ງຊາດ ໝີ້ດິ່ງ, ຮ່າໂນ້ຍ. ລາຍການສະແດງສິລະປະນີ້ມີການເຂົ້າຮ່ວມຂອງນັກຮ້ອງທີ່ມີຊື່ສຽງ 3 ລຸ້ນລວມ 20 ຄົນດ້ວຍບັນດາເພງປະຕິວັດ, ທີ່ວາດພາບໃຫ້ເຫັນບັ້ນສູ້ຮົບ ດ້ຽນບຽນຝູ ທີ່ອົງອາດກ້າຫານດ້ວຍຄວາມຕັດສິນໃຈຍາດເອົາໄຊຊະນະຂອງນັກຮົບ ແລະ ປະຊາຊົນທົ່ວປະເທດ.