ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈີ​ມິນ

(VOVWORLD) -ຕອນຄ່ຳວັນທີ 26 ມີນາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ.
ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈີ​ມິນ - ảnh 1ພິທີເປີດຕົວປື້ມປະຫວັດສາດ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງລາວກາຍ 
(ພາບ:TTXVN)

     ວັນທີ 26 ມີນາ, ທີ່ພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (26/3/1931-26/3/2021), ຄະນະຊາວໜຸ່ມແຂວງລາວກາຍ ໄດ້ເປີດຕົວປື້ມປະຫວັດສາດ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງລາວກາຍ  (1957 - 2017)  ຊື່ງມີເນື້ອໃນຕິດພັນກັບໜ້າທີ່ຂອງອົງການຊາວໜຸ່ມຜ່ານບັນດາໄລຍະ, ສະເໜີຢ່າງເປັນລະບົບ, ຄົບຖ້ວນກ່ຽວກັບປະຫວັດສາດແຫ່ງການກໍ່ສ້າງ, ພັດທະນາ ແລະ ການເຄື່ອນໄຫວຂອງ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງລາວກາຍ.  

ວັນທີ 26 ມີນາ, ຢູ່ລັດເຊຍ, ໄດ້ຈັດໃຫ້ມີກອງປະຊຸມສຳມະນາວິທະຍາສາດພຶດຕິກຳຕົວຈິງ. ກ່າວຄຳເຫັນນະທີ່ນີ້, ທ່ານໂງດຶກແມັ້ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ເນັ້ນໜັກວ່າ: ກອງປະຊຸມສຳມະນາ ມີຄວາມໝາຍພິເສດ ຍ້ອນວ່າ ຖືກຈັດຂຶ້ນກົງກັບໂອກາດ ພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ. ຊາວໜຸ່ມສອງປະເທດຫຼາຍລຸ້ນຄົນໄດ້ຮຽງບ່າຮຽງໄລ່, ໜູນຊ່ວຍຊື່ງກັນ ແລະ ກັນ.

ຕອນຄ່ຳວັນທີ 26 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຢູ່ລາວ ສົມທົບກັບສະຖານທູດຫວຽດນາມ, ສູນວັດທະນະທຳຫວຽດນາມ ປະຈຳລາວ ຈັດພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ. ທ່ານເລຂາຄະນະບໍລິຫານ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຢູ່ລາວ ເຈິ່ນດ້າຍທັງ ອ່ານສູນທອນພົດຢືນຢັນວ່າ: ຄະນະຊາວໜຸ່ມ ແລະ ໄວໜຸ່ມຫວຽດນາມ ໃນທຸກໄລຍະ ຍາມໃດກໍ່ສະແດງໃຫ້ເຫັນຄວາມຮັກຊາດ, ສັດຊື່ບໍລິສຸດ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ແມ່ນກຳລັງຕັດສິນຊິ້ຂາດອະນາຄົດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ