ບັນດາຂໍ້ລິເລີ່ມຂອງຫວຽດນາມ ສ້າງການເຊື່ອມຕໍ່ຢ່າງໜັກແໜ້ນໃນກຸ່ມອາຊຽນ

(VOVWORLD) -ຕອນບ່າຍວັນທີ 13 ມັງກອນ, ຢູ່ຮ້າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Catherine Wong ເອກອັກຄະລັດຖະທູດ ສິງກະໂປ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ຫວຽດນາມ
ບັນດາຂໍ້ລິເລີ່ມຂອງຫວຽດນາມ ສ້າງການເຊື່ອມຕໍ່ຢ່າງໜັກແໜ້ນໃນກຸ່ມອາຊຽນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ສິງກະໂປ Catherine Wong 

   ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຜົນສຳເລັດ ໃນການພົວພັນທາງດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ. ແຕ່ຕາມທ່ານແລ້ວ, ລະດັບການຮ່ວມມືນີ້ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ 2 ຝ່າຍຈະຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ ແລະ ນັບມື້ນັບມີກຸ່ມບໍລິສັດເຕັກໂນໂລຢີຫຼາຍແຫ່ງຂອງສິງກະໂປມາຊອກຮູ້ ແລະ ລົງທຶນຢູ່ຫວຽດນາມ, ຜ່ານນັ້ນ ກໍເປັນການຮັກສາອັນດັບໜຶ່ງກ່ຽວກັບການລົງທຶນຢູ່ຫວຽດນາມຂອງສິງກະໂປ.  

      ສ່ວນ ທ່ານນາງເອກອັກຄະລັດຖະທູດ ສິງກະໂປ Catherine Wong ຢືນຢັນວ່າ ຫວຽດນາມແມ່ນຕະຫຼາດທີ່ສຳຄັນຂອງສິງກະໂປ ແລະ ໃຫ້ຮູ້ວ່າ ບັນດານັກລົງທຶນສິງກະໂປ ພວມຊອກຫາກາລະໂອກາດມາລົງທຶນຢູ່ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດໃໝ່ຄື ນະວັດຕະກຳ, ນະຄອນອັດສະລິຍະ, ເລີ່ມຕົ້ນທຸລະກິດ. ນີ້ ແມ່ນບັນດາຂົງເຂດທີ່ອທດເໝາະກັບການໃຫ້ບຸລິມະສິດແກ່ການພັດທະນາຂອງລັດຖະບານຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ