ບັນດານັກອຸປະຖຳສາກົນ ໃຫ້ຄຳໝັ້ນສັນຍາຊ່ວຍ ຫວຽດນາມຕ້ານການ ປ່ຽນແປງຂອງດິນຟ້າອາກາດ


ບັນດານັກອຸປະຖຳສາກົນ ໃຫ້ຄຳໝັ້ນສັນຍາຊ່ວຍ ຫວຽດນາມຕ້ານການ ປ່ຽນແປງຂອງດິນຟ້າອາກາດ - ảnh 1

(ພາບ: TTXVN )

(vovworld) –​​ຕອນ​ບ່າຍວັນ​ທີ 8/10, ຢູ່​​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຮ່ວາງ​ຈຸ​ງຫາຍ, ຮອງປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຂອງຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດກັບ​ບັນ​ດານັກ​ອຸປະຖຳ​ໂຄງການ​ໜູນ​ຊ່ວຍ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ (SP-RCC) ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ. ບັນດາ​ນັກ​ອຸປະຖຳຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການ​ສ້າງ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ​ເປັນສົມ​ບູນ​ແບບ ກໍ່​ຄື​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລະອຽດ.

   ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຮ່ວາງ​ຈຸ​ງຫາຍ ປາດ​ຖະໜາ​ວ່າ​ບັນດາ​ນັກ​ອຸປະຖຳ​ສືບ​ຕໍ່​ຮ່ວມ​ເດີນທາງ​ກັບຫວຽດນາມ ມານະ​ພະຍາ ຍາມ​ປະຕິບັດໃນ​ບັນດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຮ່ວາງ​ຈຸ​ງຫາຍ ​ໃຫ້​ຮູ້​ວ່າ: ​ໃນ​ແຜນການ​ປີ 2015 ຈະ​ສະຫງວນ​ຈຳນວນ​ເງິນ 3000 ຕື້​ດົ່ງ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ, ຕົ້ນຕໍ​ແມ່ນສຸມ​ໃສ່​ການ​ປູກ​ປ່າ​ຊື່​ງ​ໄດ້​ເລີ່​ມປຸກລະ​ດົມ​ການ​ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ເອກະ​ຊົນ ຫັນ​ເປັນ​ວຽກ​ງານ​ຂອງ​ສັງຄົມ./.

ຂ່າວ/ບົດ​ອື່ນ