ບັນດາປະເທດຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ, ຮັບປະກັນຄວາມ ສະຖຽນລະພາບຢູ່ມຽນມາ

(VOVWORLD) -ຜູ້ຕາງໜ້າບັນດາປະເທດລ້ວນແຕ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການໃຊ້ຄວາມຮຸງແຮງຖືກປີນຂັ້ນໄດ
ບັນດາປະເທດຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ, ຮັບປະກັນຄວາມ ສະຖຽນລະພາບຢູ່ມຽນມາ - ảnh 1ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ
(ພາບ: TTXVN)

ວັນທີ 05 ມີນາ (ຕາມເວລາອາເມລິກາ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຂອງມຽນມາ. ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດລ້ວນແຕ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການໃຊ້ຄວາມຮຸງແຮງຖືກປີນຂັ້ນໄດ, ກໍ່ຄວາມບາດເຈັບລົ້ມຕາຍໃຫ້ແກ່ສາມັນຊົນ ແລະ ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງໂດຍທັນທີ, ສ້າງສະພາບເປັນປົກກະຕິ, ແກ້ໄຂບັນຫາຜ່ານການເຈລະຈາ. ຜູ້ຕາງໜ້າບັນດາປະເທດໄດ້ຕີລາຄາສູງຄວາມມານະພະຍາຍາມຂອງອາຊຽນ ແລະ ບັນດາປະເທດສະມາຊິກຂອງສະຫະສະມາຄົມ, ພ້ອມທັງສະແດງຄວາມປາດຖະໜາວ່າ ອາຊຽນ ສືບຕໍ່ປະກອບສ່ວນຫຼາຍກວ່າ ເພື່ອຊອກຫາມາດຕະການໃນຕໍ່ໜ້າ ແລະ ຍາວນານໃຫ້ແກ່ບັນຫາມຽນມາ.

        ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຕິດຕາມສະພາບການຢ່າງໃກ້ຊິດ ແລະ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປໃນປະຈຸບັນຢູ່ມຽນມາ, ທ່ານ ດັ້ງດິ່ງກຸຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ຢຸດຕິການໃຊ້ຄວາມຮຸນແຮງໂດຍທັນທີ, ຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນ, ດຳເນີນການເຈລະຈາເພື່ອມຸ່ງໄປເຖິງມາດຕະການແກ້ໄຂຢ່າງສົມເຫດສົມຜົນ.

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ເນັ້ນໜັກວ່າ, ອາຊຽນ ພ້ອມແລ້ວທີ່ຈະໜູນຊ່ວຍມຽນມາ ດ້ວຍເຈດຕະນາດີ, ເໝາະສົມກັບບັນດາຈຸດປະສົງ, ຫຼັກການ ແລະ ລະບຽບການທີ່ໄດ້ກຳນົດໃນກົດບັດຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ