ບັນດາຜູ້ຊ່ຽວຊານສືບລາຊະການລັບກ່າວເຕືອນໄພກໍ່ການຮ້າຍຢູ່ໂຮນລັງ

ບັນດາຜູ້ຊ່ຽວຊານສືບລາຊະການລັບກ່າວເຕືອນໄພກໍ່ການຮ້າຍຢູ່ໂຮນລັງ - ảnh 1
ຕຳ​ຫລວດ ໂຮນ​ລັງ
ພາບ:Nltimes.n

(vovworld)-​ວັນ​ທີ 19/11, ທ່ານ Kick Schoof, ຜູ້​ປະ​ສານຕ້ານກໍ່​ການ​ຮ້າຍ ໂຮນ​ລັງ ໃຫ້​ຮູ້​ວ່າ: ບັນ​ດາ​ຜູ້​ຊ່ຽວ​ຊານ​ສືບ​ລາ​ຊະ​ການ​ລັບ​ຄາດ​ຄະ​ເນ​ວ່າ ອົງ​ການ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ ມີ ນັກ​ສືບ ປະ​ມານ 60-80 ຄົນ​ໄດ້​ສົ່ງ​ເຖິງ ເອີ​ລົບ ເພື່ອ​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ. ທ່ານ Schoof ໃຫ້​ຮູ້​ວ່າ: ບັນ​ດາ​ນັກ​ສືບ​ດັ່ງ​ກ່າວ​ໄດ້​ຮັບ​ຄຳ​ສັ່ງ​ຈາກ IS ​ສະ​ເຫນີບໍ່​ໄປ​ເຖິງ ຊີ​ຣີ ແລະ ອີ​ຣັກ ຫາກ​ກະ​ກຽມ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຢູ່ ເອີ​ລົບ. ທ່ານ Schoof ຍັງ​ເນັ້ນ​ຫນັກ​ວ່າ ເຖິງວ່າ ຢູ່​ໂຮນ​ລັງ ຍັງ​ບໍ່​ທັນ​ເກີດ​ເຫດ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ໃດໂດຍ IS ປະ​ຕິ​ບັດ ຄື​ຢູ່ ແບນ​ຊິກ ແລະ ຝ​ລັ່ງ ກໍ​ຕາມ, ແຕ່​ ການ​ບຸກ​ໂຈມ​ຕີ​ ອາດ​ຈະ​ເກີດ​ຂຶ້ນຢູ່​ໂຮນ​ລັງ.


ຕອບກັບ

ຂ່າວ/ບົດ​ອື່ນ