(vovworld) – ວັນທີ 03/05, ຜູ້ຕາງໜ້າການທະການຝ່າຍສາທາລະນະລັດປະຊາຊົນ Donetsk ອ້າງຊື່ເອງຢູ່ຢູແກຼນ ຕາເວັນອອກ, ທ່ານ Edward Basurin, ໃຫ້ຮູ້ວ່າ, ບັນດາຜູ້ຕາງໜ້າການທະຫານ Donetsk ແລະ ຄະນະບັນຊາກຳລັງກອງທັບຢູແກຼນ ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ບັນດາເຂດຊານນະຄອນ Donetsk ພາຍໃຕ້ການເປັນຄົນກາງຂອງສູນຄວບຄຸມ ແລະ ສົມທົບຮ່ວມ. ຕາມທ່ານ Basurin ແລ້ວ, ຂໍ້ຕົກລົງດັ່ງກ່າວມີຜົນສັກສິດນັບແຕ່ເວລາ 4 ໂມງເຊົ້າວັນທີ 03/05 (ຕາມເວລາຫວຽດນາມ). ແຕ່ວ່າ, ພາຍຫຼັງທີ່ບັນລຸໄດ້ຂໍ້ລົກລົງຢຸດຍິງມີຜົນສັກສິດເປັນເວລາ 1 ຊົ່ວໂມງ, ທ່ານ Basurin ໄດ້ກ່າວຫາຝ່າຍຢູແກຼນ ສືບຕໍ່ຍິງປືນໃຫຍ່ໃສ່ບັນດາທີ່ຕັ້ງຂອງກຳລັງທວງເອົາເອກະລາດ.