ບັນດາພັກການເມືອງທີ່ກອງປະຊຸມສາກົນຢູ່ ເມັກຊີໂກ ຕີລາຄາສູງສານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ປາດຖະໜາຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງເພື່ອນມິດໃນໂລກ ເລິກເຊິ່ງກວ່າອີກ.
ບັນດາພັກການເມືອງທີ່ກອງປະຊຸມສາກົນຢູ່ ເມັກຊີໂກ ຕີລາຄາສູງສານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ສານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
(ພາບ: TTXVN)

ບັນດາພັກການເມືອງເຂົ້າຮ່ວມກອງປະຊຸມສຳມະນາປະຈຳປີ “ບັນດາພັກການເມືອງ ແລະ ສັງຄົມໃໝ່” ຄັ້ງທີ XXV ໂດຍພັກແຮງງານ ເມັກຊີໂກ ຈັດຂຶ້ນຢູ່ນະຄອນຫຼວງ ເມັກຊີໂກ ໄດ້ຕີລາຄາສູງສານຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ເຊິ່ງແມ່ນສານແຫ່ງນ້ຳໃຈສາມັກຄີສາກົນ ແລະ ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງຕໍ່ບັນດາພັກການເມືອງ, ອົງການຝ່າຍຊ້າຍ, ກ້າວໜ້າຢູ່ ເມັກຊີໂກ, ອາເມລິກາ ລາຕິນ ແລະ ໃນທົ່ວໂລກ.

        ໃນສານ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ປາດຖະໜາຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງເພື່ອນມິດໃນໂລກ ເລິກເຊິ່ງກວ່າອີກ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ພາຍຫຼັງ 25 ປີທີ່ໄດ້ສ້າງຕັ້ງ ແລະ ພັດທະນາ, ກໍ່ຍ້ອນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງພັກແຮງງານ ແລະ ທ່ານເລຂາ Alberto Anaya Gutierrez ເອງ, ກອງປະຊຸມສຳມະນາ “ບັນດາພັກການເມືອງ ແລະ ສັງຄົມໃໝ່” ຈຶ່ງກາຍເປັນເວທີປາໄສທີ່ມີຄວາມໝາຍ ແລະ ມີທີ່ຕັ້ງສຳຄັນຢ່າງແທ້ຈິງ, ນັບມື້ນັບດຶງດູດການເຂົ້າຮ່ວມຂອງບັນດາກຳລັງຝ່າຍຊ້າຍ, ກ້າວໜ້າຢູ່ພາກພື້ນ ອາເມລິກາ ລາຕິນ ແລະ ໃນໂລກ ເປັນຈຳນວນຫຼວງຫຼາຍ; ປະກອບສ່ວນຊຸກຍູ້ການຕໍ່ສູ້ລວມເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ຮ່ວມມື, ພັດທະນາ ແລະ ຄວາມກ້າວໜ້າຂອງສັງຄົມ.

        ກອງປະຊຸມສຳມະນາຄັ້ງນີ້ໄດ້ດຳເນີນໃນລະຫວ່າງວັນທີ 21 – 23 ຕຸລາ, ດ້ວຍການເຂົ້າຮ່ວມຂອງກວ່າ 200 ຄະນະຜູ້ແທນສາກົນທີ່ມາຈາກ 32 ປະເທດ ອາເມລິກາ ລາຕິນ ແລະ ໃນໂລກ, ໄດ້ແນະນຳປຶ້ມ “ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ”, ໃນນັ້ນໄດ້ເຕົ້າໂຮມບັນດາບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງຂອງຫວຽດນາມ ບົນເສັ້ນທາງກໍ່ສ້າງສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ