ບັນດາອົງການການເມືອງສັງຄົມຕ້ອງຕິດແທດກັບພຶດຕິກຳຕົວຈິງ,ຍົກສູງປະສິດທິຜົນການເຄື່ອນໄຫວ
ກອງປະຊຸມແລກປ່ຽນວຽກງານຂົນຂວາຍປະຊາຊົນກຸ່ມແນວໂຮມປະເທດຊາດ ຫວຽດນາມ
|
(vovworld) – ບັນດາອົງການການເມືອງສັງຄົມຕ້ອງຕິດແທດກັບພຶດຕິກຳຕົວຈິງ, ຍົກສູງປະສິດທິຜົນການເຄື່ອນໄຫວ - ນັ້ນແມ່ນຄຳຊີ້ນຳຂອງທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ທີ່ກອງປະຊຸມແລກປ່ຽນວຽກງານຂົນຂວາຍປະຊາຊົນກຸ່ມແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການການເມືອງສັງຄົມສູນກາງປີເຊິ່ງ 2016 ໄດ້ຮັບການຈັດຕັ້ງໃນວັນທີ 20/12, ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການການເມືອງສັງຄົມສູນກາງໃນຊຸມປີຜ່ານມາ. ຈຸດພົ້ນເດັ່ນໃນວຽກງານຂົນຂວາຍປະຊາຊົນຂອງກຸ່ມແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນແມ່ນວິວັດການຊອກຫາມາດຕະການປ່ຽນໃໝ່ດ້ວຍຕົນເອງເພື່ອຕິດແທດກັບສະພາບການຕົວຈິງຂອງຊີວິດ, ກັບປະຊາຊົນ, ກັບບັນດາເປົ້າໝາຍທີ່ຖືກຜົນກະທົບຂອງຕົນຫຼາຍກ່ວາ. ທ່ານນາງ ເຈືອງທິມາຍ ສະເໜີວ່າ: ໃນປີ 2017, ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການການເມືອງສັງຄົມຕ້ອງສືບຕໍ່ເພີ່ມທະວີການກຳແໜ້ນສະພາບການຂອງປະຊາຊົນ, ມີການຕີລາຄາ, ທັນການ, ເປັນເຈົ້າການເພື່ອສະເໜີກັບລັດຖະບານບັນດາມາດຕະການແກ້ໄຂ, ຍູ້ແຮງວຽກງານໂຄສະນາ, ຂົນຂວາຍ, ໂອ້ລົມສົນທະນາເພື່ອກຳແໜ້ນຄວາມຸມ່ງມາດປາດຖະໜາຂອງປະຊາຊົນກ່ວາ, ສືບຕໍ່ສ້າງວິທີການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບເພື່ອເໝາະສົມກັບບັນດາເປົ້າໝາຍ, ເຂດພາກທີ່ແຕກຕ່າງກັນ, ບັນດາອົງການມະຫາຊົນສືບຕໍ່ຄົ້ນຄ້ວາເພື່ອປັບປຸງຄຸນນະພາບກົງຈັກການເຄື່ອນໄຫວ, ພິເສດແມ່ນຄວາມສາມາດຂອງພະນັກງານ.