ບັນດາເອກອັກຄະລັດຖະທູດປະຈຳຮ່າໂນ້ຍ ເຂົ້າຮ່ວມລາຍການ “ທ່ອງທ່ຽວມິດຕະພາບປີ 2014”

ບັນດາເອກອັກຄະລັດຖະທູດປະຈຳຮ່າໂນ້ຍ ເຂົ້າຮ່ວມລາຍການ “ທ່ອງທ່ຽວມິດຕະພາບປີ 2014” - ảnh 1
ລາຍການ “ທ່ອງ​ທ່ຽວມິດຕະພາບ​ປີ 2014”
(ພາບ: .baomoi.com)


(vovworld) - ​ລາຍການ “ທ່ອງ​ທ່ຽວມິດຕະພາບ​ປີ 2014” ​ໂດຍ​ສະຫະ​ສະມາຄົມ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັັບຄະນະ​ກຳມະການ​ປະຊາຊົນ​ເມືອງ ຢາ​ເລີມ ຈັດ​ຕັ້ງ​ເມື່ອ​ວັນ​ທີ 01/03. ບັນ​ດາ​ເອກ​ອັກຄະ​ລັດຖະທູດ, ພັນ​ລະ​ຍາ ​ແລະ ຜູ້ຕາງໜ້າ​ຂອງ​ສະຖານ​ທູດ​, ບັນດາ​ອົງການ​ສາກົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ປະຈຳ​ຫວຽດນາມ 20 ກວ່າ​ແຫ່ງ​ໄດ້​ເຂົ້າ​ຮ່ວມ​ລາຍການ.

        ສະຖານ​ທີ່ທ່ອງ​ທ່ຽວຍາມ​ລະດູບານ​ໃໝ່​ປີ​ນີ້​ແມ່ນ​ໝູ່ບ້ານ​ອາຊີບ​ເຄື່ອງປັ້ນດິນ​ເຜົາ ບ໋າ​ດຈ່າງ, ເມືອງ​ຢາ​ເລີມ, ​ເຊິ່ງ​ແມ່ນ​ໝູ່​ບ້ານ​ອາຊີບ​ເຄື່ອງປັ້ນດິນ​ເຜົາ​ບູຮານ ​ແລະ ມີ​ຊື່​ສຽງ​ຢູ່​ຫວຽດນາມ. ບັນດາ​ແຂກ​ສາກົນ​ໄດ້ໄປ​ຢ້ຽມຢາມ​ສະຖານ​ທີ່​ທີ່​ມີ​ຊື່​ສຽງ​ຂອງໝູ່​ບ້ານ​ຄື: ​ສູນ​ວາງສະ​ແດງ 1000 ປີ​ທັງ​ລອງ, ​ເຂດບ້ານ​​ເດີມ, ຮ່ອມ​ທາງ​ບູຮານ​ບ໋າ​ດຈ່າງ... ​ແລະ ​ເຮັດ​ທົດ​ລອງ​ເຄື່ອງ​ປັ້ນ​ດິນ​ເຜົາ.

        ນີ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ໂຄສະ​ນາ​ເຖິງ​ເພື່ອນ​ມິດສາ​ກົນ​ວັດທະນະທຳ​ຫວຽດນາມ, ຜ່ານ​ບັນດາ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ; ນີ້​ກໍ່​ແມ່ນໂອກາດ​ທີ່​ດີ​ເພື່ອໃຫ້ປະຊາຊົນ​ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນພົບ​ປະ, ​ແລກປ່ຽນ, ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ.

ຂ່າວ/ບົດ​ອື່ນ