ບັນດາເອກອັກຄະລັດຖະທູດ,ຫົວໜ້າສຳນັກງານຕາງໜ້າ ຫວຽດນາມຢູ່ຕ່າງປະເທດຕ້ອງຕັ້ງໜ້າໂຄສະນາ ພາບພົດຫວຽດນາມ

ບັນດາເອກອັກຄະລັດຖະທູດ,ຫົວໜ້າສຳນັກງານຕາງໜ້າ ຫວຽດນາມຢູ່ຕ່າງປະເທດຕ້ອງຕັ້ງໜ້າໂຄສະນາ ພາບພົດຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ​ຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານຕາງໜ້າ ຫວຽດນາມ ຢູ່​ຕ່າງປະ​ເທດ

(vovworld) – ຕອນ​ບ່າຍ​ວັນ​ທີ 28/7, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ່ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານຕາງໜ້າ ຫວຽດນາມ ຢູ່​ຕ່າງປະ​ເທດຊຶ່ງ​ພວມກະກຽມ​ເດີນທາງ​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ຕ່າງປະ​ເທດ.

    ທ່ານ​ເລຂາທິການ​ໃຫຍ່​ໄດ້​ຕັກ​ເຕືອນ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານຕາງໜ້າ ຫວຽດນາມ ຢູ່​ຕ່າງປະ​ເທດຕ້ອງ​ເອົາ​ໃຈ​ໃສ່​ວຽກ​ງານ​ພົວພັນ​ວຽກ​ງານ​ພັກ, ​ລັດ, ​ແລະ ພົວພັນ​ປະຊາຊົນກັບ​ຕ່າງປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​.​.​., ທັງ​ໃນ​ດ້ານ​ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ບັນດາເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານ​ຕາງໜ້າຕ້ອງ​ຊາບ​ຊຶມ​ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງທັດສະນະ, ​ແຜນ​ນະ​ໂຍບາຍ, ​ແນວທາງ​ການ​ພັດທະນາ​ປະ​ເທດ​ເຊິ່ງພັກ, ລັດ​ໄດ້​ວາງ​ອອກ, ພິ​ເສດ​ແມ່ນ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າຍ, ພ້ອມ​ແລ້ວ​ເປັນ​ເພື່ອນ​ມິດ, ​​ເປັນ​ຄູ່​ຮ່ວມ​ມືທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ​ແມ່ນ​ສະມາ​ຊິກມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ຊີ້​ແຈ້ງວ່າ:

 “ ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ສົ່ງ​ຂໍ້​ມູນ​ຂ່າວສານ​ຈາກ​ຕ່າງປະ​ເທດ​ມາ​ໃຫ້ການ​ນຳ​ຫວຽດນາມ​. ຕ້ອງ​ເປັນ​ເສນາ​ທິການ, ນຳ​ສະ​ເໜີ, ສະໜອງ ຂໍ້​ມູນ​ຂ່າວສານ​, ຄາດ​ຄະ​ເນ​ສະພາບ​ການ, ທິດ​ພັດທະນາ, ນຳ​ສະ​ເໜີ​ເພື່ອ​ແກ້​ໄຂ. ອີກ​ໜ້າ​ທີ່​ໜຶ່ງ​ແມ່ນ​ສົ່ງ​ຂໍ້​ມູນ​ຂ່າວສານ​ຢູ່​ພາຍ​ໃນປະ​ເທດອອກ​ສູ່​ຕ່າງປະ​ເທດ, ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ວັດທະນະທຳ​ຫວຽດນາມ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ອອກ​ສູ່​ຕ່າງປະ​ເທດ ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ຢ່າງສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະ​ເໜີ​ຕ່າງປະ​ເທດ​ຊ່ວຍ​ເຫຼືອ​ຫວຽດນາມ. ອີກ​ສິ່ງ​ໜຶ່ງ ​ແມ່ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ, ຊຶ່ງ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຊາດ​ຫວຽດນາມ ”

ຂ່າວ/ບົດ​ອື່ນ