ບັນຫາການຄ້າຫວຽດນາມ-ອາເມລິກາຄວນໄດ້ຮັບການພິຈາລະນາຢ່າງຍຸດຕິທຳ, ພາວະວິໄສບົນຈິດໃຈາການຄ້າເສລີ

ບັນຫາການຄ້າຫວຽດນາມ-ອາເມລິກາຄວນໄດ້ຮັບການພິຈາລະນາຢ່າງຍຸດຕິທຳ, ພາວະວິໄສບົນຈິດໃຈາການຄ້າເສລີ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບີ​ງ

(vovworld)- ວັນ​ທີ 3/4, ຕອບ​ສຳພາດ​ນັກ​ຂ່າວ​ທີ່​ການ​ປະຊຸມຂ່າວນັດສະມັນ ຂອງກະຊວງການ ຕ່າງປະເທດ ກ່ຽວກັບເລື່ອງຫວ່າງແລ້ວນີ້, ກະຊວງການຄ້າ ອາເມລິກາສຳ​ເລັດ​ການ​ພິຈາລະນາ​ຮອບ​ທີ 9 ສຳລັບ​ກໍລະນີຮ້ອງຟ້ອງ​ການ​ຂາຍ​ປາຈາ​ຫວຽດນາມບຸບ​ລາຄາຢູ່​ຕະຫຼາດອາ​ເມ​ລິ​ກາ, ຕາມ​ນັ້ນ​ແລ້ວ, ອາເມລິກາສືບ​ຕໍ່​ຈັດ​ວາງ​ອັດຕາ​ພາສີສຳລັບການ​ຂາຍບຸບ​ລາຄາທີ່​ມີ​ຕໍ່​ບາງ​ບໍລິສັດ​ສົ່ງ​ອອກ​ປາຈາ​ຫວຽດນາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບີ​ງ ​ເນັ້ນ​ໜັ້ກວ່າ : 

   “ ພວກ​ຂ້າພະ​ເຈົ້າ​ໄດ້​ຢືນຢັນ​ຫຼາຍ​ເທື່ອ​ແລ້ວ​ວ່າ : ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ບໍ່ຂາຍ​ປາຈາ ​ແລະ ປາ​ບາ​ຊາບຸບ​ລາຄາ​ໃຫ້​ຕະຫຼາດອາເມລິກາ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ ບັນດາ​ບັນຫາ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດຄວນ​ໄດ້​ຮັບ​ການ​ພິຈາລະນາ​ຢ່າງ​ຍຸດຕິ​ທຳ, ພາວະ​ວິ​ໄສ​ບົນ​ຈິດ​ໃຈາກ​ານຄ້າ​ເສລີ, ກໍ​ຄື​ສອດຄ່ອງ​ກັບ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ທີ່​ພວມ​ດຳ​ເນີນ​ດ້ວຍ​ດີ​ລະຫວ່າງ 2 ປະ​ເທດ ”

    ກ່ຽວ​ກັບ​ການ​ປະຊຸມ​ລະຫວ່າງ​ຄະນະ​ກຳມາ​ທິການ​ປະສົມ​ລະຫວ່າງ 2 ປະ​ເທດ​ຫວຽດນາມ-ຍີ​ປຸ່ນທີ່​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 3/4 ຢູ່ຮ່າ​ໂນ້ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບີ​ງ ​ໃຫ້​ຮູ້​ວ່າ ​ເນື້ອ​ໃນ​ກອງ​ປະຊຸມ​ແມ່ນ​ເຕື້ອງ​ເຖິງ​ບັນດາ​ມາດ​ຕະການ​ສະກັດ​ກັ້ນ​ປະກົດ​ການ​ຫຍໍ້​ທໍ້, ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ການ​ປະຕິບັດ​ບັນດາ​ບັນດາ​ໂຄງການ​ຄົມມະນາຄົມ​ຂົນ​ສົ່ງ​ທີ່​ນຳ​ໃຊ້​ທຶນ ODA.
ຂ່າວ/ບົດ​ອື່ນ