ບັ້ນເຄື່ອນໄຫວ“ລະດູບານໃໝ່ອາສາສະໝັກ”ຢູ່ນະຄອນໂຮ່ຈີມິນ

ບັ້ນເຄື່ອນໄຫວ“ລະດູບານໃໝ່ອາສາສະໝັກ”ຢູ່ນະຄອນໂຮ່ຈີມິນ - ảnh 1
ບັ້ນ​​ເຄື່ອນ​ໄຫວ “ລະດູບານ​ໃໝ່​ອາສາ​ສະໝັກ” ຢູ່ນະຄອນ​ໂຮ່ຈີ​ມິນ
(ພາບ: Lê Thanh)

(vovworld) – ​ບັ້ນ​​ເຄື່ອນ​ໄຫວ “ລະດູບານ​ໃໝ່​ອາສາ​ສະໝັກ” ຢູ່ນະຄອນ​ໂຮ່ຈີ​ມິນ ຄັ້ງ​ທີ 8 ​ໄດ້​ເລີ່​ມ​ເຄື່ອນ​ໄຫວ​ໃນ​ວັນ​ທີ 10/1, ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ນັກ​ສຶກສາ 31.000 ຄົນ​ທີ່​ມາ​ຈາກ​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ໃນ​ບໍລິ​ເວນ​ນະຄອນ. ບັ້ນ​ເຄື່ອນ​ໄຫວ​ແກ່ຍາວ​ຮອດ​ວັນ​ທີ 6/2/2016 ດ້ວຍ 5 ​ໂຄງການ​ຈຸດ​ສຸມ ​ແລະ 9 ການ​ເຄື່ອນ​ໄຫວ​ເຊິ່ງລວມມີ: ລາຍການ “ບຸນ​ເຕັກ​ຂອງ​ເພື່ອນ​ມິດ”, “ລະດູບານ​ໃໝ່​ແຫ່ງ​ການ​ແບ່ງປັນ”, “ລະ​ດູ​ບານ​ໃໝ່​ຂອງນັກຮົບ”, “ລະດູບານ​ໃໝ່​ຂອງ​ເດັກ”, “ລະດູບານ​ໃໝ່​ແຫ່ງ​ການ​ເຊື່ອມ​ໂຍງ”. ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ຄື: “ຕອບ​ບູນ​ແທນ​ຄູນ”, “ຄວາມ​ເບີກບານ​ມ່ວນ​ຊື່ນ​ໃນ​ມື້ທ້າຍ​ປີ”… ການ​ເຄື່ອນ​ໄຫວ​ນີ້​ສຸມ​ໃສ່​ເຂົ້າ​ໃນ​ລາຍການ “ລະດູບານ​ໃໝ່​ແຫ່ງ​ການ​ເຊື່ອມ​ໂຍງ” ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ແນະນຳ​ຈຸດ​ດີງາມ​ຂ​ອງວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ບຸນປີ​ໃໝ່​ປະຈຳ​ຊາດ ຫວຽດນາມ ກໍ​ຄື​ງານ​ບຸນປີ​ໃໝ່​ຂອງ​ປະ​ເທ​ດຕ່າງໆ.


ຂ່າວ/ບົດ​ອື່ນ