ບໍລິສັດ Deloitte ທົ່ວໂລກໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ໃນຂົງເຂດການກວດສອບ

(VOVWORLD) - ລະອຽດແມ່ນການໜູນຊ່ວຍເຕັກນິກເພື່ອປະຕິບັດສຳເລັດລະບົບນິຕິກຳ ກ່ຽວກັບການກວດສອບຢ່າງເປັນເອກະລາດຢູ່ ຫວຽດນາມ
ບໍລິສັດ Deloitte ທົ່ວໂລກໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ໃນຂົງເຂດການກວດສອບ - ảnh 1 ການຕ້ອນຮັບໃນວັນທີ 13 ພະຈິກ

ຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານ David Cruickshank, ປະທານບໍລິສັດກວດສອບ Deloitte ທົ່ວໂລກ, ເນື່ອງໃນໂອກາດ ທ່ານມາເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາຜູ້ອຳນວຍການໃຫຍ່ວິສາຫະກິດ APEC. ທ່ານນາງປະທານ ສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ ບໍລິສັດກວດສອບ Deloitte ທົ່ວໂລກ ເພີ່ມທະວີການຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ. ລະອຽດແມ່ນການໜູນຊ່ວຍເຕັກນິກເພື່ອປະຕິບັດສຳເລັດລະບົບນິຕິກຳ ກ່ຽວກັບການກວດສອບຢ່າງເປັນເອກະລາດຢູ່ ຫວຽດນາມ; ສະໜອງຂໍ້ມູນຂ່າວສານສະເໜີແນະ ກ່ຽວຂ້ອງເຖິງຂະແໜງການເງິນ…ໃຫ້ບັນດາສະມາຊິກສະພາແຫ່ງຊາດ.

        ທ່ານ David Cruickshank, ປະທານບໍລິສັດກວດສອບ Deloitte ທົ່ວໂລກ ໄດ້ສະແດງຄວາມປະທັບໃຈ ຕໍ່ການເຕີບໂຕເສດຖະກິດຂອງ ຫວຽດນາມ. ທ່ານ David Cruickshank ໃຫ້ຄຳໝັ້ນສັນຍາວ່າບໍລິສັດ ກວດສອບ Deloitte ທົ່ວໂລກຈະມາລົງທຶນຢູ່ ຫວຽດນາມ ກໍ່ຄືໃຫ້ຄຳປຶກສາແກ່ບັນດາອົງການຂອງລັດຖະບານ, ເສດຖະກິດພາກເອກະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ