ປຸກລະດົມເດືອນຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ

(VOVWORLD) -  ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ຈັດຕັ້ງການປຸກລະດົມໂຄງການເດືອນ ຕຸລາ - ເດືອນໃຊ້ສອຍດີຈີຕອນ, ມຸ່ງໄປເຖິງຄາດໝາຍເພື່ອໃຫ້ປະຊາຊົນໄດ້ຮັບບັນດາຜົນປະໂຫຍດຈາກການຫັນເປັນດີຈີຕອນນຳມາໃຫ້.
 
ປຸກລະດົມເດືອນຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ - ảnh 1ທ່ານ ຫງວຽນຮຸຍຢູ້ງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ (ພາບ:congluan.vn)

ຕອນຄ່ຳວັນທີ 2 ຕຸລາ, ຢູ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ໂຊວຽດ, ທີ່ຮ່າໂນ້ຍ, ໄດ້ຈັດຕັ້ງລາຍການປຸກລະດົມເດືອນຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ ແລະ ເປີດຕົວສື່ສັງຄົມດ້ວຍສຽງ TATU.

          ກ່າວຄຳເຫັນທີ່ລາຍການ, ທ່ານ ຫງວຽນຮຸຍຢູ້ງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີໄດ້ຕົກລົງເອົາວັນທີ 10 ຕຸລາ ແຕ່ລະປີແມ່ນວັນຫັນເປັນດີຈີຕອນແຫ່ງຊາດ. ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ຈັດຕັ້ງການປຸກລະດົມໂຄງການເດືອນ ຕຸລາ - ເດືອນໃຊ້ສອຍດີຈີຕອນ, ມຸ່ງໄປເຖິງຄາດໝາຍເພື່ອໃຫ້ປະຊາຊົນໄດ້ຮັບບັນດາຜົນປະໂຫຍດຈາກການຫັນເປັນດີຈີຕອນນຳມາໃຫ້. ອົງການຂອງລັດພ້ອມກັບປະຊາຄົມວິສາຫະກິດຮ່ວມເດີນທາງພ້ອມກັບປະຊາຊົນໃນວິວັດການຫັນເປັນດີຈີຕອນດ້ວຍບັນດານະໂຍບາຍນຳໃຊ້ຜະລິດຕະພັນບໍລິການດີຈີຕອນທີ່ໄດ້ຮັບສ່ວນຫຼຸດເຖິງ 50% ລາຄາຜະລິດຕະພັນບໍລິການສຳລັບລູກຄ້າ. ກ່ຽວກັບເຫດການເປີດຕົວສື່ສັງຄົມດ້ວຍສຽງ TATU, ທ່ານຮອງລັດຖະມົນຕີ ຫງວຽນຮຸຍຢູ້ງ ເນັ້ນໜັກວ່າ:

        “ເຫດການເປີດຕົົວສື່ສັງຄົມ Tatu ເຊິ່ງເປັນສື່ສັງຄົມດ້ວຍສຽງທຳອິດຂອງ ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາເຫດການຕອບສະໜອງວັນຫັນເປັນດີຈີຕອນ. ນີ້ແມ່ນໝາກຜົນຕັ້ງໜ້າຂອງການເຄື່ອນໄຫວຫັນເປັນດີຈີຕອນໃນຂົງເຂດກະຈາຍສຽງ, ບໍ່ພຽງແຕ່ຫັນການເຄື່ອນໄຫວຂອງບັນດາສະຖານີວິທະຍຸເທື່ອລະກ້າວເທົ່ານັ້ນ ຫາກຍັງໝັ້ນໝາຍຈະນຳມາເຊິ່ງຫຼາຍຄຸນຄ່າໃຫ້ຜູ້ຊົມໃຊ້ຫຼາຍກ່ວາອີກດ້ວຍ. ຜ່ານເຫດການ, ແຕ່ລະຄົນອາດສາມາດກາຍເປັນບັນດາໂຄສົກໃນຂົງເຂດທີ່ຕົນມີທ່າແຮງ”.

ຕອບກັບ

ຂ່າວ/ບົດ​ອື່ນ