(VOVWORLD) - ກ່າວຄຳເຫັນປິດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ອີກຄັ້ງໜຶ່ງໄດ້ເນັ້ນໜັກ ແລະ ຢັ້ງຢືນວ່າ: ພະນັກງານ ແລະ ວຽກງານພະນັກງານມີທີ່ຕັ້ງສຳຄັນອັນດັບຕົ້ນ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ |
ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ຕອນບ່າຍວັນທີ 26 ທັນວາ, ກອງປະຊຸມຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ປະຕິບັດສຳເລັດເນື້ອໃນທີ່ໄດ້ວາງອອກທັງໝົດ. ທີ່ກອງປະຊຸມ, ບັນດາກຳມະການສູນກາງພັກ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ປະກອບຫຼາຍຄຳເຫັນສຳຄັນເຂົ້າໃນບັນດາໃບຍື່ນສະເໜີ ແລະ ບົດລາຍງານ. ກົມການເມືອງສືບຕໍ່ຮັບເອົາຄຳເຫັນປະກອບຈາກສູນກາງ ແລະ ຄະນະບໍລິຫານງານສູນກາງພັກ ທີ່ໄດ້ເຫັນດີເປັນເອກະພາບສູງໃນການຮັບຮອງເອົາມະຕິຂອງກອງປະຊຸມໄດ້ຫຼາຍທີ່ສຸດ. ກໍ່ທີ່ກອງປະຊຸມ, ສູນກາງໄດ້ປ່ອນບັດລັບ ແນະນຳກຳນົດບຸກຄະລາກອນເຂົ້າໃນຄະນະບໍລິຫານງານສູນກາງພັກ ອາຍຸການ 2021 – 2026.
ກ່າວຄຳເຫັນປິດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ອີກຄັ້ງໜຶ່ງໄດ້ເນັ້ນໜັກ ແລະ ຢັ້ງຢືນວ່າ: ພະນັກງານ ແລະ ວຽກງານພະນັກງານມີທີ່ຕັ້ງສຳຄັນອັນດັບຕົ້ນ, ຕ້ອງດຳເນີນຢ່າງລະມັດລະວັງ, ເປັນປົກກະຕິ, ມີປະສິດທິຜົນເພື່ອແນໃສ່ສ້າງຖັນແຖວພະນັກງານໃຫ້ມີຄຸນທາດ, ກຳລັງຄວາມສາມາດ, ມີອິດທິພົນຊື່ສຽງ, ເໝາະສົມກັບໜ້າທີ່ໄດ້ຮັບມອບໝາຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ: “ຜົນປະໂຫຍດຂອງປະເທດ, ຂອງຊາດ, ຂອງປະຊາຊົນ, ຂອງພັກ ແມ່ນເໜືອກ່ວາສິ່ງໃດໝົດ; ແລະ ກຽດສັກສີແມ່ນສິ່ງທີ່ສັກສິດ, ມີຄ່າທີ່ສຸດສຳລັບແຕ່ລະຄົນ, ກ່ອນອື່ນໝົດແມ່ນສຳລັບພະນັກງານ, ສະມາຊິກພັກແຕ່ລະຄົນ”. ສະນັ້ນ, ແຕ່ລະຄົນຄວນປ້ອງກັນ ແລະ ຕັດສິນໃຈ, ປະຕິເສດບັນດາກົນອຸບາຍ, ຖ້ອຍທຳນອງຜິດພາດຂອງບັນດາພວກຄົນບໍ່ດີ, ສັດຕູທີ່ເສກສັນປັ້ນແຕ່ງຂຶ້ນມາ ເພື່ອກໍ່ກວນຍຸແຍ່, ຫວັງແບ່ງແຍກພາຍໃນປະເທດຊາດ.
ເນື່ອງໃນໂອກາດປີໃໝ່ສາກົນ 2019 ແລະ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດໃກ້ຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ອວຍພອນໃຫ້ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ການງານ.