ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ພາບປະກອບ

(vovworld) – ວັນ​ທີ 22/2, ສະມາຄົມ​ຊາວ​ກະ​ສີກ​ອນນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທີ່​ກອງ​ປະຊຸມ, ທ່ານ ​ໂດ​ວັນ​ທຽນ, ປະທານສະມາຄົມຊາວ​ກະ​ສີກ​ອນຕາ​ແສງ ລິງ​ດົ່ງ, ​ເມືອງ ຖູ​ດຶກ​ ໄດ້​ເຕື້ອງ​ເຖິງ​ມາດຕາ​ 34 ຂອງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງທີ່​ວ່າ: “ທຸກ​ຄົນ​ມີ​ສິດ​ເສລີ​ໃນ​ການ​ດຳ​ເນີນ​ທຸລະ​ກິດ“. ທ່ານ ​ໂດ​ວັນ​ທຽນ ​ຖື​ວ່າ “ຄວາມ​ເສລີ​ໃນ​ການ​ດຳ​ເນີນ​ທຸລະ​ກິດ“ ໝາຍ​ຄວາມ​ວ່າ​ທຸກ​ຄົນ​ສາມາດ​ດຳ​ເນີນ​ທຸລະ​ກິດ​ໃນ​ທຸກ​ຂົງ​ເຂດ, ສິນຄ້າ, ການ​ບໍລິການ ​ໂດຍ​ບໍ່​ມີ​ການ​ຈຳກັດ. ດັ່ງ​ນັ້ນ​ຄວນ​ເພີ່ມ​ເຕີມ​ວ່າ “ທຸກ​ຄົນ​ມີ​ສິດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕາ​ມກຳນົດ​ຂອງ​ກົດໝາຍ“ ຈິ່ງ​ມີ​ຄວາມ​ຄົບ​ຖ້ວນ​ຢ່າງ​ແທ້​ຈິງ.

        ​ໃນ​ວັນ​ດຽວ​ກັນ, ​ແຂວງ​ກວາງ​ຫງາຍ ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃຫ້ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ພັນ​ຕີ ​ເລ​ມິ​ເຊີນ, ຮອງ​ເສນາ​ທິການ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ​ແຂວງ​ກວາງ​ຫງາຍ, ປະກອບ​ຄຳ​ເຫັນ​ວ່າ:

        “​ໃນ​ພາກ​ທີ 4 ມີ 5 ມາດຕາ ​ແຕ່​ໃນ​ມາດຕາ 69 ຂ້າພະ​ເຈົ້າ​ເຫັນ​ວ່າ​ຄວນ​ເພີ່ມ​ເຕີມ​ວ່າ ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ບໍ່​ພຽງ​ແຕ່​ແມ່ນ​ພາລະກິດ​ຂອງ​ທົ່ວ​ປວງ​ຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ພົນລະ​ເມືອງ​ທຸກ​ຄົນ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແມ່ນ​ມີ​ຄວາມ​ສຳຄັນ​ສຳລັບ​ພົນລະ​ເມືອງ​ແຕ່ລະຄົນ​ທີ່​ດຳລົງ​ຊີວິດ​ໃນ​ປະ​ເທດ​ດຽວ“.

        ຄະນະ​ກຳມະການ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​​ແຂວງ ຮ່ວາ​ບິ່ງ ກໍ່​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ທີ່​ປະກອບ​ໃຫ້ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບົດບາດ​ຂອງ​ພັກ, ການ​ຮັກສາ​ລັດຖະທຳ​ມະນູນ, ກໍ່ສ້າງ​ສັງຄົມ​ແຫ່ງ​ການ​ຮຳ່ຮຽນ, ບັນຫາ​ຕິດຕາມ​ກວດກາ, ການ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ, ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ດ້ານ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ, ບັນຫາທີ່​ດິນ ​ແລະ ການ​ສົມລົດ, ຄອບຄົວ, ສັນຊາດ….

ຂ່າວ/ບົດ​ອື່ນ