
ທ່ານຫງວຽນທ້ຽນເຍີນແລະບັນດານັກຂ່າວໄດ້ຮັບ
ລາງວັນ
ພາບ:vov
|
(vovworld)- ວັນທີ 19/6, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງພິທີປະກາດລາງວັນສື່ມວນຊົນ “ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ” ຄັ້ງທີ 12 ປີ 2015-2016. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງຄຳອວຍພອນເຖິງບັນດານັກຂ່າວ ບັນດາອົງການສື່ມວນຊົນເນື່ອງໃນໂອກາດສະເຫລີມສະຫລອງ 90 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ ພ້ອມທັງຢືນຢັນ: ບັນດາຜົນງານບັນລຸໄດ້ຂອງສື່ມວນຊົນປະຕິວັດໃນ 90 ປີຜ່ານມາແມ່ນສຳຄັນທີ່ສຸດ. ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ປາດຖະຫນາວ່າ ບັນດາບົດຫນັງສືພິມເຂົ້າຮ່ວມການເສັງ ຈະສ່ອງແສງການເຄື່ອນໄຫວຂອງອຳນາດການປົກຄອງທຸກຂັ້ນ, ບັນດາຂະບວນການ ຕິດພັນກັບພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ.