ປະຊາຄົມຊາວຫວຽດນາມອາໄສຢູ່ອີຢິບຕ້ອນຮັບບຸນເຕັດປີຊວດຢ່າງເບີກບານມ່ວນຊື່ນ

(VOVWORLD) -ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດງານພົບປະສັງສັນບຸນເຕັດປີຊວດ 2020.
ປະຊາຄົມຊາວຫວຽດນາມອາໄສຢູ່ອີຢິບຕ້ອນຮັບບຸນເຕັດປີຊວດຢ່າງເບີກບານມ່ວນຊື່ນ - ảnh 1(ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດງານພົບປະສັງສັນບຸນເຕັດປີຊວດ 2020)

ຕອນຄ່ຳວັນທີ 24 ມັງກອນ (ກົງກັບວັນທີ 30 ບຸນເຕັດຫວຽດນາມ), ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດງານພົບປະສັງສັນບຸນເຕັດປີຊວດ 2020. ທີ່ງານພົບປະ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ງແທັງກຸງ ໄດ້ສົ່ງຄຳອວຍພອນຂອງການນຳພັກ, ລັດ ເຖິງທຸກຄົນໃນປະຊາຄົມຊາວຫວຽດນາມ ພວມອາໄສຢູ່ອີຢິບ; ພ້ອມທັງຫວນຄືນບັນດາບາດກ້າວສຳຄັນໃນການພົວພັນລະຫວ່າງຫວຽດນາມ - ອີຢິບ ໃນປີ 2019. ທີ່ງານພົບປະ, ພໍ່ແມ່ປະຊາຄົມຊາວຫວຽດນາມ ແລະ ບັນດາແຂກຜູ້ຖືກເຊີນຍັງໄດ້ຮັບຊົມການຍິງບັ້ງໄຟດອກໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່; ຮັບຊົມບັນດາລາຍການສະແດງສິລະປະຕ້ອນຮັບລະດູບານໃໝ່ ທີ່ເປັນເອກະລັກສະເພາະ ໂດຍພໍ່ແມ່ປະຊາຊົນອາໄສຢູ່ທີ່ນີ້ສະແດງ ແລະ ຮັບປະທານບັນດາເຍື່ອງອາຫານພິເສດຂອງຫວຽດນາມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ