ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງ ໄທ ຕ້ອນຮັບລະດູບານໃໝ່ປີແມວ 2023
(VOVWORLD) -ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຟານຈີແທັງ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ໄທ ໃຫ້ແກ່ການພັດທະນາຂອງປະເທດປະຈຳຖິ່ນ, ແມ່ນຂົວເຊື່ອມຕໍ່ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ໄທ
ລາຍການບຸນເຕັດວົງຄະນະຍາດ ຕ້ອນຮັບລະດູບານໃໝ່ປີແມວ 2023 (ພາບ: VOV) |
ເນື່ອງໃນໂອກາດບຸນເຕັດປະຈຳຊາດ ຫວຽດນາມ, ຕອນຄ່ຳວັນທີ 14 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ຈັດລາຍການບຸນເຕັດວົງຄະນະຍາດ ຕ້ອນຮັບລະດູບານໃໝ່ປີແມວ 2023 ພາຍຫຼັງ 3 ປີຖືກຜົນສະທ້ອນຈາກພະຍາດໂຄວິດ - 19. ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າສະມາຄົມຊາວໄທເຊື້ອຊາດ ຫວຽດນາມ ບັນດາທ້ອງຖິ່ນ (ບາງກອກ, ຈັນທະບູລີ, ສະແກວ…) ສະມາຄົມນັກທຸລະກິດ ໄທ - ຫວຽດນາມ, ພະນັກງານ, ລັດຖະກອນສະຖານທູດ ແລະ ຄອບຄົວ ພ້ອມກັບຊາວຫວຽດນາມອາໄສຢູ່ໄທ, ຊາວຫວຽດນາມ ພວມເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ໄທ ນັບຮ້ອຍຄົນ.
ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຟານຈີແທັງ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ໄທ ໃຫ້ແກ່ການພັດທະນາຂອງປະເທດປະຈຳຖິ່ນ, ແມ່ນຂົວເຊື່ອມຕໍ່ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ໄທ. ທ່ານເອກອັກຄະລັດຖະທູດ ສະແດງຄວາມຫວັງວ່າ ໃນປີແມວ 2023, ພໍ່ແມ່ພີ່ນ້ອງສືບຕໍ່ເສີມຂະຫຍາຍຄວາມເອກອ້າງທະນົງແຫ່ງຊາດ, ຈິດໃຈສະມັກຄີ, ຮັກຊາດ, ຮັກສາໄດ້ສີສັນວັດທະນະທຳ ແລະ ມູນເຊື້ອຂອງຊາດ, ມີຄວາມສະໜິດຕິດພັນກັບຄອບຄົວ, ບ້ານເກີດເມືອງນອນ ແລະ ຕັ້ງໜ້າປະກອບສ່ວນໃຫ້ການພັດທະນາການພົວພັນລະຫວ່າງ ຫວຽດນາມ - ໄທ.