ປະຊາຄົມຊາວ ຫວຽດນາມ ຢູ່ປະເທດຕ່າງໆ ພົບປະສັງສັນຕົ້ນລະດູບານໃໝ່

ປະຊາຄົມຊາວ ຫວຽດນາມ ຢູ່ປະເທດຕ່າງໆ ພົບປະສັງສັນຕົ້ນລະດູບານໃໝ່ - ảnh 1
ພາບປະກອບ

(vovworld) – ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຫຼາຍ​ປະ​ເທດ ​ໄດ້ ​ແລະ ພວມ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ, ຈັດ​ງານ​ລ້ຽງຍາມ​ຕົ້ນ​ລະດູບານ​ໃໝ່ ປີ​ມະ​ເສ​ງ 2013. ຢູ່​ປະ​ເທດ​ລາວ, ​ໃນ​ຕອນ​ຄຳ່​ວັນ​ທີ 17/2, ສະ​ໂມ​ສອນຊາວ ຫວຽດນາມ ອາ​ໄສ​ຢູ່ ​ແຂວງ ຊຽງ​ແຂວງ ​​ເມື່ອ​ກ່ອນ​ນີ້ໄດ້​ຈັດ​ຕັ້ງ​ງານ​ບຸນ​ລະດູບານ​ໃໝ່​ໃຫ້​ແກ່​ປະຊາຊົນ​ຫວຽດນາມ ​ອາ​ໄສ​ຢູ່​ລາວ. ກ່າວ​ຄຳ​ເຫັນນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮູ່ງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍຄວາມ​ພະຍາຍາມຂອງ​ບັນດາ​ສະມາຊິກ ​ໃນສະ​ໂມ​ສອນ, ພ້ອມ​ທັງ​ອວຍພອນ​ພໍ່​ແມ່​ພີ່ນ້ອງຊາວ ຫວຽດນາມ ອາ​ໄສ​ຢູ່​ລາວ ມີ​ຄວາມ​ຜາ​ສຸກ​ຕະຫຼອດ​ປີ​ໃໝ່. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮູ່ງ ສະ​ແດງ​ຄວາມ​ຫວັງ ຢາກ​ໃຫ​້ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ລາວ ຈະ​ສືບ​ຕໍ່​ດຳລົງ​ຊີວິດດ້ວຍ​ຄວາມ​ສາມັກຄີ​ກັນ, ​ປະຕິບັດ​ຕາມ​ກົດໝາຍ​ຂອງ​ລາວ, ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ ​ແລະ ປະກອບສ່ວນ​ເພີ່ມ​ພຸ​ນຄຸນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບໝັ້ນຄົງ.

        ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນຫຼວງ ​​Berlin ປະ​ເທດ ​ເຢຍລະ​ມັນ, ອຳນາດ​ການ​ປົກ​ຄອງ ​ເມືອງ Treptow – Koepenick ສົ​ມທົບ​ກັບ​ອົງການ “​ໂອ້​ລົມ​ສົນທະນາ”, ສະມາຄົມ​ກຸສົນ ຕື່​ເຕີມ ຂອງ ຊາວ ຫວຽດນາມ ຈັດ​ຕັ້ງ​ບຸນປີ​ໃໝ່​ປີ​ມະ​ເສ​ງ 2013 ​ໃຫ້​ແກ່​ປະຊາຊົນ​ຊາວ​ຫວຽດນາມ ຢູ່​ເມືອງ Treptow – Koepenick ​ແລະ ​ແຂກ​ຄົນ, ​ເພື່ອນ​ມິດ​ຊາວ ​ເຢຍລະ​ມັນ ມີ​ການ​ພົວພັນຢ່າງ​ສະໜິດ​ແໜ້ນກັບ​ຊາວ ຫວຽດນາມ.

        ຢູ່​ປະ​ເທດ ຝຣັ່ງ, ສະ​ມາ​ຄົມ​ຊາວ​ຫວຽດນາມ ຢູ່ ຝຣັ່ງ (ຫຼື UGVF) ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ເປີດ​ສາກ​​ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເສ​ງ 2013 ​ໃຫ​້​ແກ່​ຊາວ ຫວຽດນາມ ອາ​ໄສ​ຢູ່​ນີ້. ​ພິທີຕ້ອນຮັບ​ປີ​ໃໝ່​ໄດ້​ຈັດ​ຕັ້ງ​ຢູ່ ສຳນັກງານ​ອົງການ​ວັດທະນະທຳ, ວິທະຍາ​ສາດ ​ແລະ ການ​ສຶກສາ ສະຫະ​ປະຊາ​ຊາດ (ຫຼື UNESCO) ຢູ່​ນະຄອນຫຼວງ ປາຣີ. ຢູ່​ນະຄອນ Tours, ທີ່​ຫ່າງ​ຈາກ​ນະຄອນຫຼວງ ປາຣີ ​ໄປ​ທາງ​ທິດ​ໃຕ້ 250 ກມ ກໍ່​ໄດ້​ຈັດ​ຕັ້ງ​ງານ​ລາຕີຕ້ອນຮັບ​ລະດູບານ​ໃໝ່​ປະ​ມະ​ເສ​ງ 2013. ນີ້​ແມ່ນ​ໜຶ່ງ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ທີ່ບໍ່​ອາດ​ຂາດ​ໄດ້​ໃນ​ຊີວິດ​ວັດທະນະທຳ, ຈິດ​ໃຈ​ຂອງ​ຊາວ ຫວຽດນາມ ຢູ່​ນະຄອນ Toers ​ແລະ Blois.

ຂ່າວ/ບົດ​ອື່ນ