ປະຊາຄົມສາກົນສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈພາຍຫຼັງເຫດຍິງປືນຢູ່ Las Vegas

(VOVWORLD) -ວັນທີ 2 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຝາກຄຳແບ່ງເບົາຄວາມເສົ້າສະລົດໃຈເຖິງຄູ່ຕຳແໜ່ງ ອາເມລິກາ Donald Trump ພາຍຫຼັງທີ່ມີເປົ້າໝາຍໜຶ່ງໄດ້ຍິງປືນເຂົ້າກຸ່ມຄົນຢູ່ງານບຸນດົນຕີທີ່ Las Vegas, ລັດ Nevad. 

ປະຊາຄົມສາກົນສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈພາຍຫຼັງເຫດຍິງປືນຢູ່ Las Vegas - ảnh 1 ສະຖານທີ່ເກີດເຫດ

(ພາບ: AFP/TTXVN)

ໃນຈົດໝາຍສານ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນໜັກວ່າ “ໂທດກຳເຂັ່ນຂ້າປະຊາຊົນທີ່ຮັກຫອມສັນຕິພາບນັບສິບໆຄົນນີ້ ໄດ້ກໍ່ຄວາມຄຽດແຄ້ນຍ້ອນຄວາມໂຫດຮ້າຍຂອງມັນ”

        ແລະ ກໍ່ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ກໍ່ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີ Donald Trump. ທ່ານນາງ May ເອີ້ນເຫດການນີ້ວ່າ “ເຫດບຸກໂຈມຕີບວງບ້າ ແລະ ຕ່ຳຊ້າ”. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ Boris Johnson ກ່າວປະນາມເຫດຍິງປືນຢູ່ Las Vegas ແລະ ໃຫ້ຄຳໝັ້ນສັນຍາວ່າ ອັງກິດ ກຽມພ້ອມຊ່ວຍເຫຼືອ ອາເມລິກາ ບໍ່ວ່າເວລາໃດ.

ຕອບກັບ

ຂ່າວ/ບົດ​ອື່ນ