ປະຕິກິລິຍາຂອງຫວຽດນາມກ່ຽວກັບບັນຫານິວເຄຼຍຂອງອີຣານ
ທ່ານເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ
ພາບ:tinmoi.vn
|
(vovworld)- ວັນທີ 10/4, ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ປະຕິກິລິຍາກ່ຽວກັບກຸ່ມ P5+1(ຊື່ງລວມມີ: ອາເມລິກາ, ລັດເຊຍ, ອັງກິດ, ຝລັ່ງ, ຈີນ ແລະ ເຢຍລະມັນ) ແລະ ອີຣານ ບັນລຸຂໍ້ຕົກລົງແມ່ກ່ຽວກັບບັນຫານິວເຄຼຍຂອງອີຣານ, ທ່ານເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊົມເຊີຍຂໍ້ຕົກລົງແມ່ເມື່ອວັນທີ 2/4/2015 ລະຫວ່າງ P5+1 ແລະ ອີຣານ, ຖືວ່າ ນີ້ແມ່ນຄວາມມານະພະຍາຍາມມຸ່ງໄປເຖິງການແກ້ໄຂບັນຫານິວເຄຼຍ ຂອງອີຣານ ຜ່ານການເຈລະຈາ. ທ່ານ ເລຫາຍບີງ ຊີ້ແຈ້ງວ່າ ຫວຽດນາມປາດຖະຫນາຢາກບັນດາຝ່າຍກ່ຽວຂ້ອງສືບຕໍ່ເຈລະຈາ ເພື່ອບັນລຸຂໍ້ຕົກລົງຮອບດ້ານໂດຍໄວໃຫ້ແກ່ບັນຫານິວເຄຼຍ ຂອງອີຣານ ເພື່ອສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ.