ປະຕິກິລິຍາຂອງຫວຽດນາມຕໍ່ບັນດາບັນຫາສາກົນພວມໄດ້ຮັບຄວາມສົນໃຈ

ປະຕິກິລິຍາຂອງຫວຽດນາມຕໍ່ບັນດາບັນຫາສາກົນພວມໄດ້ຮັບຄວາມສົນໃຈ - ảnh 1
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ
(ພາບປະກອບ)

(vovworld) – ວັນ​ທີ 7/1, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍບີ່​ງ ​ໄດ້​ຕອບ​ສຳ​ພາດ​ຕໍ່ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິ​ລະ​ຍາ​ຂອງ ຫວຽດນາມ ທີ່​ມີຕໍ່​ບັນດາ​ບັນຫາ​ສາກົນ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ໂລກ.

        ກ່ຽວ​ກັບ​​ເຫດການ​ວັນ​ທີ 6/1, ສປປ ​ເກົາຫຼີ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ, ​ໂຄສົກກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ ຢັ້ງຢືນ​ວ່າ: “ຫຼັກ​ໝັ້ນ​ຢ່າງ​ສ​ະ​ເໝີຕົ້ນສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ສະໜັບສະໜູນ​ການ​ປອດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາ​ຫຼີ, ສະໜັບສະໜູນ​ການ​ຫ້າມ​ທົດ​ລອງ​ນິວ​ເຄຼຍຮອບດ້ານ, ບໍ່​​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ ​ແລະ ມຸ່ງ​ໄປ​ເຖິງ​ການ​ປອດ​​ອາວຸດປະ​ເພດ​ນີ້. ຫວຽດນາມ ມີ​ຄວາມ​ວິຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ອງ ສປປ ​ເກົາຫຼີ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ​ໃນ​ວັນ​ທີ 6/1/2016, ​ສິ່ງ​ດັ່ງກ່າວ​ໄດ້ລະ​ເມີດ​ບັນດາ​ມະຕິ​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ, ​​​​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ, ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ຫວຽດນາມ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ມີ​ການ​ກະທຳ​ແທດ​ຈິງ, ຊຸກຍູ້​ສັນຕິພາບ, ສະຖຽນລະ​ພາບ​ໃນ​ແຫຼ​ມ ​ເກົາຫຼີ”

        ກ່ຽວຂ້ອງ​ເຖິງ​ເລື່ອງສະຖານທູດ ອາຣັບບີ ຊາ​ອຸດີ ປະຈຳ ອີຣັກ ຖືກ​ບຸກ​ໂຈມ​ຕີ​ໃນ​ວັນ​ທີ 3/1, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ ຊີ້​ແຈ້ງ​ວ່າ: “ພວກ​ຂ້າພະ​ເຈົ້າ​ຢືນ​ຢັນຄວາມ​ຈຳ​ເປັນ​ຂອງ​ການ​ຮັບປະກັນ​ຄວາມ​ປອດ​ໄພຂອງ​​ພະນັກງານ​ບັນດາ​ອົງການ​ການ​ທູດ, ສະຖານ​ກົງ​ສູນ ​ແລະ ສຳນັກ​ງານ​ຂອງ​ບັນດາ​ອົງການ​ນັ້ນ, ​​ແມ່ນເໝາະ​ສົມ​ກັບ​ຂໍ້​ກຳ​ນົດຂອງ​ສົນທິສັນຍາ​ວຽນ​ກ່ຽວ​ກັບ​ການ​ພົວພັນ​ທາງ​ການ​ທູດ ​ແລະ ສົນທິສັນຍາ​ວຽນ​ກ່ຽວ​ກັບ​ການ​ພົວພັນ​ສະຖານກົງສູນ. ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຊີ້​ນຳ​ບັນດາ​ອົງການ​ຕາງໜ້າ​ປະຈຳບັນດາ​ປະ​ເທດ​ກ່ຽວຂ້ອງ​ຕິດຕາມ​ກວດກາ​ສະພາບ​ການ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຈຳ​ຖິ່ນ ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ​​ໃຫ້​​ແກ່​ພະນັກງານ, ລັດຖະກອນ ​ແລະ ສຳນັກງານ​ອົງການ​ຕາງໜ້າ​ກໍ່​ຄື​ພົນ​ລະ​ເມືອງ ຫວຽດນາມ ດຳລົງ​ຊີວິດ​ຢູ່​ບັນດາ​ປະ​ເທດ​ນີ້.”


ຂ່າວ/ບົດ​ອື່ນ