ປະທານປະເທດພົບປະກັບກຸ່ມສສຊມິດຕະພາບອາຊຽນຂອງສະພາແຫ່ງຊາດເຢຍລະມັນແລະເຈົ້າຄອງນະຄອນBerlin

ປະທານປະເທດພົບປະກັບກຸ່ມສສຊມິດຕະພາບອາຊຽນຂອງສະພາແຫ່ງຊາດເຢຍລະມັນແລະເຈົ້າຄອງນະຄອນBerlin - ảnh 1
(ທ່ານປະທານປະເທດພົບປະກັບກຸ່ມສສຊມິດຕະພາບອາຊຽນ
ຂອງສະພາແຫ່ງຊາດເຢຍລະມັນ)

(vovworld) - ​ວັນ​ທີ 25/11, ທີ່​ການ​ເຮັດ​ວຽກ​ກັບ​ທ່ານ Michael Mueller ເຈ​ົ້າ​​ຄອງ​ນະ​ຄອນ Berlin, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​​ຖື​ວ່າ, Berlin ແມ່ນໜຶ່ງ​​ໃນ​ບັນ​ດາ​ນະ​ຄອນ​ຫຼວງໃຫຍ່​ຂອງ​ເອີ​ລົບ ​ດ້ວຍ​ລະ​ບົບ​ຄົ​ມະ​ນາ​ຄົມ​ສາ​ທາ​ລະ​ນະ​ທີ່​ທັນ​ສະ​ໄໝ, ມີ​ສິ່ງ​ແວດ​ລ້ອມ​ຂຽວ ແລະ ສະ​ອາດ. ທ່າ​ນ​ປະ​ທານ​ປະ​ເທດ​ສະ​ເໜີໃຫ້​ນະ​ຄອນ Berlin ​ແບ່ງ​ປັນ​ບົດ​ຮຽນ​, ໜູນ​ຊ່ວຍ​ນະ​ຄອນ​ຕ່າງໆຂອງ​ຫວຽດ​ນາມ ​ໃນ​ບັນ​ດາ​ຂົງ​ເຂດ​ດັ່ງ​ກ່າວ. 2 ຝ່າຍ​ໄດ້​ເຫັນ​ດີ​​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ນະ​ຄອນ Berlin ແລະ ຫວຽດ​ນາມ​.

      ​ກ່ອນ​ໜ້ານັ້ນ, ທີ່​ການ​ພົບ​ປະກັບ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບ​ອາ​ຊຽນ ຂອງ​ສະ​ພາ​ແຫ່ງ​ຊາດ​ເຢຍ​ລະ​ມັນ, ໃນ​ຕອ​ນ​ເຊົ້າ​ວັນ​ທີ 25/11, ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ຢືນ​ຢັນ​ວ່າ, ກຸ່ມສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບ​ອາ​ຊຽນ ຈະ​ແມ່ນ​ຂົວ​ເຊື່ອມ​ຕໍ​່ສຳ​ຄັນ​​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ເຢຍ​ລະ​ມັນ ກັບ​ສະ​ພາ​ແຫ່ງ​ຊາດບັນ​ດາ​ປະ​ເທດ​ອາ​ຊຽນ.

      ສ່ວນ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ສະ​ໜັບ​ສະ​ໜູນ​ເລື່ອງ​ເພີ່ມ​ທ​ະ​ວ​ີ​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ, ເພີ່ມ​ທະ​ວ​ີ​​ບັນ​ດາ​ກົນ​ໄກ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ, ນັກ​ຮຽນ, ນັກ​ສຶກ​ສາ ແລະ ບັນ​ດ​າກ​ຸ່​ມ​ບໍ​ລິ​ສັດ​ເສດ​ຖະ​ກິດ 2 ປະ​ເທດ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ແບ່ງ​ປັນ ແລະ ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ ແລະ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ​ປີ 1982.

ຂ່າວ/ບົດ​ອື່ນ