ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຜູ້ອຳນວຍການໂຄງການສຶກສາພົນລະເມືອງທົ່ວໂລກຂອງUNESCO
|
(vovworld) – ທີ່ການຕ້ອນຮັບຜູ້ອຳນວຍການໂຄງການສຶກສາພົນລະເມືອງທົ່ວໂລກຂອງ UNESCO Carlos Alberto Torres ໃນຕອນເຊົ້າວັນທີ 21/12, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງໂຄງການສຶກສາພົນລະເມືອງທົ່ວໂລກຂອງ UNESCO ແລະ ເຊື່ອໝັ້ນວ່າ ໂຄງການຈະຜັນຂະຫຍາຍຜົນສຳເລັດບົນພື້ນຖານຄວາມຮັບຮູ້ລວມ ກ່ຽວກັບການພັດທະນາແບບຍືນຍົງຂອງທຸກໆປະເທດສະມາຊິກ ສປຊ. ທ່ານປະທານປະເທດ ໃຫ້ຮູ້ວ່າ: ປີນີ້, ຫວຽດນາມ ໄດ້ແນະນຳຜູ້ສະໝັກຮັບເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ UNESCO ອາຍຸການ 2017 – 2021 ແລະ ສະແດງຄວາມຫວັງວ່າ ຜູ້ສະໝັກຮັບເລືອກຕັ້ງຂອງ ຫວຽດນາມ ຈະໄດ້ຮັບການສະໜັບສະໜູນຈາກເພື່ອນມິດສາກົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ ສາດສະດາຈານ Carlos Alberto Torres ສືບຕໍ່ຮ່ວມມື ແລະ ແມ່ນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບ UNESCO ເວົ້າລວມ ແລະ ອາເມລິກາ ເວົ້າສະເພາະໃນການພັດທະນາ, ຍົກສູງກຳລັງຄວາມສາມາດຂອງມະນຸດ, ຄວາມຮູ້ກ່ຽວກັບຄວາມສຳຄັນຂອງການພັດທະນາແບບຍືນຍົງ ແລະ ແກ້ໄຂບັນດາບັນຫາທົ່ວໂລກ. ທ່ານປະທານປະເທດ ສະເໜີ ສາດສະດາຈານ Carlos Alberto Torres ຄົ້ນຄ້ວາຄວາມສາມາດຜັນຂະຫຍາຍໂຄງການສຶກສາພົນລະເມືອງທົ່ວໂລກຂອງ UNESCO ຢູ່ ຫວຽດນາມ, ສົມທົບກັບການພົວພັນແລກປ່ຽນບົດຮຽນເພື່ອມີນຳເອົາວັດທະນະທຳທີ່ຍອດຍິ່ງຂອງ ຫວຽດນາມ ໄປແນະນຳສູ່ໂລກ.