ທ່າານປະທານປະເທດເຈືອງເຕີນຊາງມອບນາມມະຍົດວິລະຊົນ
ແຮງງານໃຫ້ຜູ້ຕາງຫນ້າສະຖາບັນ
ພາບ:tuoitre.vn
|
(vovworld)- ກ່າວຄຳເຫັນນະພິທີມອບນາມມະຍົດວິລະຊົນແຮງງານໃຫ້ ສະຖາບັນ Pasteur ນະຄອນ ໂຮ່ຈິມີນ ໃນຕອນເຊົ້າວັນທີ 28/6, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ຍ້ອງຍໍບັນດາຜົນງານ, ການປະກອບສ່ວນຂອງພະນັກງານ, ລັດຖະກອນ ຂອງສະຖາບັນໃນ 40 ປີຜ່ານມາ ທີ່ມີຕໍ່ຂົງເຂດການແພດປ້ອງກັນຂອງປະເທດຊາດ.ທ່ານປະທານປະເທດ ສະຫນີວ່າ ສະຖາບັນPasteur ບໍ່ພຽງແຕ່ແມ່ນສະຖາບັນຊັ້ນນຳຂອງທົ່ວປະເທດເທົ່ານັ້ນ ຫາກຍັງກາຍເປັນສະຖາບັນມີອິດທີພົນຊື່ສຽງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໃນຂົງເຂດການແພດປ້ອງກັນອີກດ້ວຍ.
ຜ່ານ 124 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະຖາບັນ Pasteur ນະຄອນໂຮ່ຈິມີນໄດ້ມີການປະກອບສວ່ນອັນໃຫຍ່ຫລວງໃຫ້ແກ່ຂົງເຂດຄົ້ນຄ້ວາການແພດ ແລະ ປ້ອງກັນໂລກລະບາດ. ໄລຍະຕົ້ນສັດຕະວັດທີ 20, ສະຖາບັນດັ່ງກ່າວແມ່ນສະຖານທີ່ຜະລິດ ແລະ ສະຫນອງ ວັກຊີນຫລາຍປະເພດຮັບໃຊ້ວຽກງານປ້ອງກັນໂລກລະບາດໃຫ້ແກ່ທັງພາກພື້ນ ອິນດູຈີນ.