ປະທານປະເທດເຈືອງເຕ໋ນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ 55 ປີ.....

ປະທານປະເທດເຈືອງເຕ໋ນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ 55 ປີ..... - ảnh 1
( ພາບ: baomoi.com)

ວັນ​ທີ 19/11, ກ່າວ​ຄວາມ​ເຫັນ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕ໋ນຊາງ ​ໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ເຊິ່ງພະ ນັກງານ ຄູ​ອາຈານ ​ແລະ​ນັກ​ສຶກສາ​ຂອງ​ໂຮງຮຽນ​ບັນລຸ​ໄດ້​ໃນ 55 ປີ​ທີ່​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕ໋ນຊາງ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ​ໃນ​ນັ້ນ​ມີ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບ ສູງ ​ເພື່ອ​ຮັບ​ໃຊ້​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນນັ້ນ, ທາງ​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດຄວນ​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ກວ່າ.

ດ້ວຍ​ບົດບາດ​ແມ່ນ​ໂຮງຮຽນ​ຈຸດ​ສູ​ມ, ​ແມ່ນ​ສູນ​ກາງ​ຄົ້ນ​ຄ້ວາ​ວິທະຍາ ສາດ​ເສດຖະກິດ​ໃນ​ຈຳນວນ​ມະຫາວິທະຍາ​ໄລ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ທາງ​ໂຮງຮຽນ​ຄວນ​ນຳ​ໜ້າ​ໃນ​ການ​ປ່ຽນ​ໃໝ່​ເນື້ອ​ໃນ, ຫຼັກສູດ, ວິທີ​ການ​ສິດສອນ ​ແລະ​ຮ່ຳຮຽນ​ຢ່າງຮອບດ້ານ.. ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ​ສະໜອງຫຼັກ​ຖານ​ວິທະຍາສາດ​ຫຼາຍ​ຢ່າງ​ໃຫ້​ແກ່​ພັກ, ລັດ.

ເພື່ອ​ຮັບ​ຮູ້​ບັນດາ​ຜົນງານ​​​ເຊິ່ງທາງ​ໂຮງຮຽນ​ຍາດ​ມາ​ໄດ້ນັ້ນ, ຕ່າງ​ໜ້າ​ພັກ ​ແລະ​ລັດ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕ໋ນຊາງ​ໄດ້​ປະດັບ​ຫຼຽນ​ໄຊ ​ໂຮ່ຈີ​ມິນ ຊັ້ນ 2 ​ໃຫ້​ແກ່​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ