
ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ້ນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Mikhail Ephimivitch Shvydkoi , ທູດພິເສດຂອງປະທານາທິບໍດີລັດເຊຍ
(ພາບ: TTXVN)
|
(Vovworld)- ຕອນບ່າຍ ວັນທີ 25/10, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ້ນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Mikhail Ephimivitch Shvydkoi , ທູດພິເສດຂອງປະທານາທິບໍດີລັດເຊຍ, ຜູ້ຮັບຜິດຊອບການຮ່ວມມືສາກົນໃນຂົງເຂດວັດທະນະທຳ ຊຶ່ງພວມມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ້ນຊາງ ຢືນຢັນວ່າ ຄວາມໄວ້ເນື້ອເຊື່ອໃຈຢ່າງສູງກ່ຽວກັບດ້ານການເມືອງ ແມ່ນ ເງື່ອນໄຂສະດວກເພື່ອຊຸູກຍູ້ການຮ່ວມມື ໃນທຸກຂົງເຂດ, ໃນນັ້ນມີການຮ່ວມມື ທາງດ້ານວັດທະນະທຳ. ຕາມ ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ້ນຊາງ ແລ້ວ, 2 ຝ່າຍຄວນຍູ້ໄວການຮ່ວມມືໃນທຸກຂົງເຂດທີ່ໄດ້ກຳນົດໂດຍຜ່ານຂໍ້ຕົງລົງລະຫວ່າງການນຳຂັ້ນສູງ, ພ້ອມກັນນັ້ນ, ກໍສືບຕໍ່ນຳສະເໜີບັນດາບັນດາວິທີການຮ່ວມມືໃໝ່.
ສ່ວນທ່ານ Mikhail Ephimivitch Shvydkoi , ທູດພິເສດຂອງປະທານາທິບໍດີລັດເຊຍ ຖືວ່າ ນີ້ແມ່ນຈຸດເວລາສະດວກທີ່ສຸດເພື່ອຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມ-ສະຫະພັນລັດເຊຍ, ພິເສດແມ່ນການຮ່ວມມືໃນຂົງເຂດວັດທະນະທຳ, ວັດທະນະທຳມະນຸດ.