ປະທານປະເທດ ຝາກຈົດໝາຍຍ້ອງຍໍຄອບຄົວນັກຮຽນຍິງທີ່ໄດ້ກູ້ເອົາຊີວິດຜູ້ຖືກຈົມນ້ຳ
ຫຼານ ຈຸງທິກິມເວີນ
(ພາບ: dantri.com.vn)
(vovworld) - ວັນທີ 08/03, ທ່ານ ຫງວຽນຫງອກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ໄດ້ມອບຈົດໝາຍ ແລະ ຈຳນວນເງິນ 20 ລ້ານດົງ ຂອງທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ຄອບຄົວຫຼານ ຈຸງທິກິມເວີນ, ນັກຮຽນມັດທະຍົມຕອນຕົ້ນ ເລືອງເຊີນ, ເມືອງບັ໋ກບິ່ງ, ແຂວງ ບິ່ງທ້ວນ, ຍ້ອນໄດ້ສະຫຼະຊີວິດເພື່ອກູ້ເອົາຜູ້ຖືກຈົມນ້ຳ. ທ່ານປະທານປະເທດໄດ້ແບ່ງປັນຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງມາຍັງຄອບຄົວຫຼານ ຈຸງທິກິມເວີນ ແລະຫວັງວ່າ ຄອບຄົວຂອງຫຼານຈົ່ງມີຄວາມເອກອ້າງຖະນົງໃຈຕໍ່ຫຼານ ເພື່ອຜ່ານຜ່າຄວາມເສຍຫາຍ, ເພື່ອສືບຕໍ່ດຳລົງຊີວິດເປັນປົກກະຕິ.
ກ່ອນໜ້ານັ້ນ, ວັນທີ 02/03, ຢູ່ເຂດໜອງ ຄູເລ, ເມືອງບັ໋ກບິ່ງ, ພາຍຫຼັງກູ້ເອົາຊີວິດ ເດັກນ້ອຍອາຍຸ 5 ປີ ຈຸງກິມເວີນ ໄດ້ຖືກຕາຍດຶກນ້ຳ