ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ອາຟຣີກາ ໃຕ້ ເຂົ້າຢ້ຽມອຳລາ

(VOVWORLD) - ອາຟຣີກາ ໃຕ້ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ຢູ່ ອາບຟຣີກາ ໃຕ້; ພ້ອມທັງ, ຫວັງວ່າ 2 ປະເທດສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານໃນບັນດາຂົງເຂດມີທ່າແຮງ
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ອາຟຣີກາ ໃຕ້ ເຂົ້າຢ້ຽມອຳລາ - ảnh 1 ທ່ານນາງ Kgomotso Ruth Magau ແລະ ທ່ານ ເຈີ່ນດ້າຍກວາງ

ທີ່ການຕ້ອນຮັບທ່ານນາງ Kgomotso Ruth Magau, ເອກອັກຄະລັດຖະທູດ ອາຟຣີກາ ໃຕ້ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການການທູດ, ວັນທີ 7 ທັນວາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ, “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ” ກັບ ອາຟຣີກາ ໃຕ້. ທ່ານປະທານປະເທດ ໃຫ້ຮູ້ວ່າ: ອາຟຣີກາ ໃຕ້ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ຢູ່ ອາບຟຣີກາ ໃຕ້; ພ້ອມທັງ, ຫວັງວ່າ 2 ປະເທດສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານໃນບັນດາຂົງເຂດມີທ່າແຮງ, ພິເສດແມ່ນກ່ຽວກັບການຄ້າ, ຂຸດຄົ້ນແຮ່ທາດ, ການສຶກສາ, ການທ່ອງທ່ຽວ, ຊັບພະຍາກອນ - ສິ່ງແວດລ້ອມ.

        ທ່ານປະທານປະເທດ ເນັ້ນໜັກວ່າ: ປີ 2018, 2 ປະເທດ ຈະສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ປາດຖະໜາວ່າ 2 ປະເທດຈະມີການເຄື່ອນໄຫວແທດຈິງຫຼາຍຢ່າງໃນໂອກາດນີ້, ຜ່ານນັ້ນ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ