ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ສະຫະສະມາຄົມນັກທຸລະກິດທີ່ເປັນນັກຮົບເກົ່າຫວຽດນາມ

ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ສະຫະສະມາຄົມນັກທຸລະກິດທີ່ເປັນນັກຮົບເກົ່າຫວຽດນາມ - ảnh 1
(ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະຫະສະມາຄົມ​ນັກທຸລະກິດ​​
ທີ່​ເປັນນັກຮົບ​ເກົ່າ​ຫວຽດນາມ ຄັ້ງ​ທຳ​ອິດ)


(vovworld) - ຕອນ​ເຊົ້າ​ວັນ​ທີ 07 ສິງຫາ, ຢູ່​ຮ່າ​ໂນ​້ຍ, ​ໄດ້​ດຳ​ເນີນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະຫະສະມາຄົມ​ນັກທຸລະກິດ​​ທີ່​ເປັນນັກຮົບ​ເກົ່າ​ຫວຽດນາມ ຄັ້ງ​ທຳ​ອິດ, ອາຍຸ​ການ 2013 – 2018. ສະຫະສະມາຄົມ​ນັກທຸລະກິດທີ່​ເປັນນັກຮົບ​ເກົ່າຫວຽດນາມ ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ດ້ວຍ​ຄວາມ​ປາດ​ຖະໜາ​ຢາກມີ​ອົງການ​ຈັດ​ງຕັ້ງ​ເຊື່ອມ​ຕໍ່ນັກທຸລະກິດ, ວິ​ສາ​ຫະກິດ​​ທີ່​ເປັນນັກຮົບ​ເກົ່າ ຫວຽດນາມ ​ໃນ​ທົ່ວ​ປະ​ເທດນຳ​ກັນ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົມຊ້ອນ​ຂອງ​ ນັກຮົບ​ເກົ່າ, ພ້ອມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ ​ແລະ ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະຫະ​ສະມາຄົມ​ໃນ​ຊີວິດ​ການ​ເປັນ​ຢູ່​​ໃຫ້ໄດ້, ສະຫະ​ສະມາຄົມ​ຕ້ອງ​ປະຕິບັດ​​ຄະຕິ, ຈຸດໝາຍ​ເຕົ້າ​ໂຮມ, ສາມັກຄີ​ບັນດາ​ນັກທຸລະກິດ​ທີ່ເປັນນັກຮົບ​ເກົ່າ, ​ຮັກສາ, ໜູນ​ຊ່ວຍ​ສະມາຊິກ​ໃນ​ການ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ຢ່າງ​ມີ​ປະສິດທິ​ຜົນ.

        “ສະຫະ​ສະມາຄົມ​ຕ້ອງ​ປະຕິບັດ​ວຽກ​ງານ​ເຜີຍ​ແຜ່, ​ໂຄສະນາ​ແນວທາງ​ຂອງ​ພັກ, ກົດໝາຍ, ນະ​ໂຍບາຍ​ຂອງ​ລັດ​ ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ບັນດາ​ວິ​ສາ​ຫະກິດນັກຮົບ​ເກົ່າ ຕ້ອງ​ແມ່ນ​ວິ​ສາ​ຫະກິດ, ນັກ​ທຸລະ​ກິດ​ທີ່​ເປັນແບບຢ່າງ​ໃນ​ການ​ປະຕິບັດ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ​ແລະ ກົດໝາຍ​ຂອງ​ລັດ, ສ້າງ​​ແບບ​ແຜນ​ດຳລົງຊີວິດ​ສີວິ​ໄລ, ສ້າງສະພາບ​ແວດ​ລ້ອມ​ວັດທະນະທຳ​ໃນ​ວິ​ສາ​ຫະກິດ; ຍົກ​ສູງ​ຊີວິດ​ທາງ​ດ້ານ​ອັດ​ຖຸ, ວັດທະ​ນຳ​ ​ແລະ ຈິດ​ໃຈ​ໃຫ້​ແກ່​ຄົນ​ງານ; ​​ເພື່ອ​ກາຍ​ເປັນ​ບັນດາ​ທະຫານ​ລຸ່ງ​ໂຮ່ ​ໃນ​ແນວ​ຮົບ​ເສດຖະກິດ”.
ຂ່າວ/ບົດ​ອື່ນ