ປະທານສະພາສູງສະຫະພັນ ລັດເຊຍ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ປະທານສະພາສູງສະຫະພັນ ລັດເຊຍ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
(ພາບປະກອບ)

(vovworld) -     ຕອນ​ຄໍ່າວັນ​ທີ 14/11, ທ່ານ​ນາງ Valentina Ivanovna Matviyenko, ປະທານ​ສະພາ​ສູງສະຫະພັນ​ລັດ​ເຊຍ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ສູງ​ລັດ​ເຊຍ ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖາວະ​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ.

ໃນ​ໄລຍະ​ຢູ່​ຢ້ຽມຢາມຫວຽດນາມ (​ໃນ​ລະຫວ່າງ​ວັນ​ທີ 13 – 14/11), ທີ່​ບັນດາ​ການ​ເຈລະຈາ, ​ໂອ້​ລົມ​ສົນທະນາ ​ແລະ ພົບ​ປະ​ກັບ​ບັນດາ​ການ​ນຳ​ຫວຽດນາມ, ທ່ານ​ປະທານ​ສະພາ​ສູງ​ລັດ​ເຊຍ ​ໄດ້​ສະ​​ແດງ​ຄວາມ​ເຄົາລົບ ​ແລະ ນິຍົມນັບຖື​ຕໍ່​ບັນດາ​ຜົນງານ​​ຂອງ​ປະຊາຊົນ​ຫວຽດນາມ ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ; ຖື​ວ່າ, ມີ​ຫຼາຍ​ກາລະ​ໂອກາດ​ເພື່ອ​​ໃຫ້​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ຍູ້​ແຮງ​ການ​ຮ່ວມ​ມື, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ພະລັງງານ, ຮ່ວມ​ມື​ດ້ານ​ສຶກສາ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ສອງ​ຝ່າຍ​ກໍ​ເປັນ​ເອກະ​ພາບ​ນຳ​ກັນຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື, ​ເພີ່ມ​ພູນ​ຄຸນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ສອງ​ລັດ ​ແລະ ສອງ​ຊາດ ​ໃຫ້​ນັບ​ມື້​ນັບ​ໄດ້​ຮັບ​ບັນດາຜົນງານ​ໃໝ່.

ກ່ອນ​ໜ້າ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ແລະ ທ່ານປະທານສະພາ​ແຫ່ງ​ຊາດ Nguyen Sinh Hung ​​ກໍ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Valentina Ivanovna Matviyenko ປະທານ​ສະພາ​ສູງ​ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ