ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມລາຍການ “ອ້ອມແຂນແຫ່ງຄວາມເມດຕາ”

(VOVWORLD) -ຕອນຄ່ຳວັນທີ 25 ມັງກອນ, ທີ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງລາຍການ “ອ້ອມແຂນແຫ່ງຄວາມເມດຕາ”
ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມລາຍການ “ອ້ອມແຂນແຫ່ງຄວາມເມດຕາ” - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມລາຍການ “ອ້ອມແຂນແຫ່ງຄວາມເມດຕາ” (ພາບ: TTXVN)

ເພື່ອແນໃສ່ໜູນຊ່ວຍ, ແບ່ງປັນກັບບັນດາເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກຂອງນະຄອນຫລວງ ແລະ 21 ແຂວງ, ນະຄອນໃນທົ່ວປະເທດ. ເຂົ້າຮ່ວມລາຍການມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ; ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ; ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. ກ່າວຄຳເຫັນທີ່ລາຍການ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ໃຫ້ຮູ້ວ່າ:

        “ລາຍການອ້ອມແຂນແຫ່ງຄວາມເມດຕາ ທີ່ໄດ້ຈັດຕັ້ງໃນວັນນີ້ ແມ່ນຂົວຕໍ່ຈິດໃຈຂອງທຸກຄົນ. ການປະກອບສ່ວນ ເຖິງວ່າຈະໜ້ອຍກໍ່ຕາມ ກໍ່ສ້າງເປັນຄຸມຄ່າໃຫຍ່. ຄຸນຄ່າແຫ່ງຄວາມຮັກແພງ, ຄວາມເມດຕາ ແລະ ການແບ່ງປັນ. ຮ່ວມເດີນທາງພ້ອມກັບນະຄອນໃນວຽກງານຮັບປະກັນຊີວິດສັງຄົມ ຍາມໃດກໍ່ມີການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ບັນດາວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນ, ເຂົາເຈົ້າໄດ້, ພວມ ແລະ ຈະສະໜັບສະໜູນຢ່າງຕັ້ງໜ້າ ແນໃສ່ສ້າງແຫຼ່ງກຳລັງແຮງ ເພື່ອໃຫ້ນະຄອນ ປະຕິບັດສຳເລັດບັນດາເປົ້າໝາຍຮັບປະກັນຊີວິດສັງຄົມ, ພັດທະນາແບບຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ