ປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກູບາ ຢ້ຽມຢາມ ແຂວງ ກວ໋າງຈິ
(VOVWORLD) - ເຖິງວ່າຢູ່ຫ່າງໄກກັນກໍຕາມ ແຕ່ສອງປະເທດຍາມໃດກໍສະໜັບສະໜູນເຊິ່ງກັນແລະກັນ, ສາມັກຄີ ແລະ ຮ່ວມທຸກຮ່ວມສຸກ, ນັບທັງໃນໄລຍະເວລາທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.
ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ກູບາ (ພາບ: VOV) |
ຕອນເຊົ້າວັນທີ 26 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກູບາ Esteban Lazo Hernadez ມາຢ້ຽມຢາມເຂດຮອງຮອຍສະຖານປະຫວັດສາດລະດັບຊາດພິເສດ ສອງຝັ່ງ ແມ່ນ້ຳ ຮ່ຽນເລືອງ - ເບັ້ນຫາຍ ແລະ ເຂດລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດພາກໃຕ້ ຫວຽດນາມ ຢູ່ແຂວງ ກວ໋າງຈິ.
ມາຢ້ຽມຢາມເຂດຮອງຮອຍສະຖານປະຫວັດສາດລະດັບຊາດພິເສດ ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ໊ນຫາຍ, ທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ກູບາ, ໄດ້ໂອ້ລົມກັບພະນັກງານ ແລະ ປະຊາຊົນທ້ອງຖິ່ນ, ພ້ອມທັງຢັ້ງຢືນນ້ຳໃຈໄມຕີຈິດມິດຕະພາບທີ່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ຫວຽດນາມ ແລະ ກູບາ. ເຖິງວ່າຢູ່ຫ່າງໄກກັນກໍຕາມ ແຕ່ສອງປະເທດຍາມໃດກໍສະໜັບສະໜູນເຊິ່ງກັນແລະກັນ, ສາມັກຄີ ແລະ ຮ່ວມທຸກຮ່ວມສຸກ, ນັບທັງໃນໄລຍະເວລາທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.
ຄະນະຜູ້ແທນສອງປະເທດຢ້ຽມຢາມຂົວ ຮ່ຽນເລືອງ (ພາບ: VOV) |
ເມື່ອຈົດບັນທຶກຄວາມຮູ້ສຶກຂອງຕົນໃນການຢ້ຽມຢາມ ກວ໋າງຈິ ຄັ້ງນີ້ ຢູ່ຫໍພິພິທະພັນ ເຂດຮອງຮອຍສະຖານປະຫວັດສາດລະດັບຊາດ ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ້ນຫາຍ, ປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກູບາ ເນັ້ນໜັກວ່າ: ມື້ນີ້, ພວກຂ້າພະເຈົ້າມີໜ້າຢູ່ທີ່ນີ້, ເພື່ອສະແດງນ້ຳໃຈ, ຄວາມເປັນກຽດ, ການປະກອບສ່ວນເສີມສ້າງໃຫ້ພິທີສະເຫຼີມສະຫຼອງວັນການນຳ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ (1973-2023) ຄົບຮອບ 50 ປີຢ່າງສຳເລັດຜົນ.