ປະທານສະພາແຫ່ງຊາດ Nguyen Sinh Hung ຕ້ອນຮັບປະທານອົງການກວດສອບແຫ່ງລັດລາວ

ປະທານສະພາແຫ່ງຊາດ Nguyen Sinh Hung ຕ້ອນຮັບປະທານອົງການກວດສອບແຫ່ງລັດລາວ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung
ຕ້ອນຮັບ​ທ່ານນາງປະທານ​ອົງການກວດ​ສອບ​ແຫ່ງ​ລັດ​ລາວ
(ພາບ: cpv.org.vn)


(vovworld) -     ຕອບ​ບ່າຍ​ວັນ​ທີ 18/10 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງປະທານ​ອົງການກວດ​ສອບ​ແຫ່ງ​ລັດ​ລາວ ວຽງ​ທອງ ສີ​ພັນ​ດອນ ທີ່​ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຖື​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍສຳຄັນ​ຍິ່ງ ​ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດ​ພວມ​ຕັ້ງໜ້າຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽ​ດນາມ - ລາວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຢືນຢັນ​ວ່າ​ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ລາວ ​​ໄດ້ມີ​ການ​ປະສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ. ສະ​ແດງ​ຄວາມ​ປິຕິ​ຊົມ​ຊື່ນ​ຕໍ່​ໝາກຜົນ​ການ​ຮ່ວມ​ມື​ສອງ​ຝ່າຍ​ອັນ​ດີງາມ​ລະຫວ່າງ​ຂະ​ແໜງ​ກວດ​ສອບ​​ສອງ​ປະ​ເທດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ສະ​ເໜີ​ໃຫ້​ຂະ​ແໜງກວດ​ສອບ​ຫວຽດນາມ ​ແລະ ລາວ ຕ້ອງ​ເພີ່ມ​ທະວີ​ບັນດາ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ກວ່າ​ອີກ ​ເພື່ອ​ໃຫ້​​ສົມ​ກັບ​ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ພົວພັນ​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ອ້າຍ​ນ້ອງຫວຽດນາມ ​ແລະ ລາວ.

ຂ່າວ/ບົດ​ອື່ນ