ປະທານາທິບໍດີຝລັ່ງເຊັນປະກາດໃຊ້ກົດໝາຍວ່າດ້ວຍການຕ້ານການກໍ່ການຮ້າຍສະບັບໃໝ່

(VOVWORLD) -ວັນທີ 30 ຕຸລາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການຕ້ານການກໍ່ການຮ້າຍສະບັບໃໝ່ ເຊິ່ງໄດ້ຮັບຕີລາຄາວ່າກໍ່ຄວາມໂຕ້ຖຽງກັນ, ຕາມນັ້ນແລ້ວໄດ້ມອບສິດໄລຍະຍາວຫຼາຍສຸດໃຫ້ບັນດາເຈົ້າໜ້າທີ່ຄື:

ປະທານາທິບໍດີຝລັ່ງເຊັນປະກາດໃຊ້ກົດໝາຍວ່າດ້ວຍການຕ້ານການກໍ່ການຮ້າຍສະບັບໃໝ່ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບປະກອບ: Reuters UK)

ກວດຄົ້ນທີ່ຢູ່, ອັດປະຕູບັນດາເຂດເຊື່ອຖືສາສະໜາ ແລະ ຈຳກັດການສັນຈອນໄປມາສຳລັບບັນດາຜູ້ຖືກສົງໄສແມ່ນພວກຫົວຮຸນແຮງ. ທ່ານປະທານາທິບໍດີ Emmanuel Macron ເວົ້າວ່າ: “ກົດໝາຍສະບັບນີ້ຈະອະນຸຍາດຢຸດຕິສະພາວະສຸກເສີນແຕ່ວັນທີ 01 ພະຈິກ ໃນຂະນະທີ່ຮັບປະກັນຄວາມປອດໄພທັງໝົດໃຫ້ພົນລະເມືອງ”. ທ່ານ Macron ເວົ້າເຕີ່ມອີກວ່າ, ກົດໝາຍສະບັບນີ້ເລີ່ມມີຜົນສັກສິດນັບແຕ່ວັນທີ 31 ຕຸລາ, ໃນຂະນະນັ້ນ, ຫ້ອງວ່າການປະທານາທິບໍດີຝລັ່ງ ຖະແຫຼງວ່າ, ກົດໝາຍດັ່ງກ່າວຈະໄດ້ປະກາດໃຊ້ ເມື່ອກົດໝາຍສະພາວະສຸກເສີນສຸດທ້າຍໝົດກຳນົດເວລາໃນຕອນຄ່ຳວັນທີ 31 ຕຸລາ ພາຍຫຼັງການຕໍ່ກຳນົດເວລາເປັນ 6 ຄັ້ງແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ